ISສ່ົງຈົດໝາຍຂົ່ມຂູ່ນາຍົກລັດຖະມົນຕີມາເລເຊຍແລະທີ່ປຶກສາແຫ່ງລັດມຽນມາ

ISສ່ົງຈົດໝາຍຂົ່ມຂູ່ນາຍົກລັດຖະມົນຕີມາເລເຊຍແລະທີ່ປຶກສາແຫ່ງລັດມຽນມາ - ảnh 1
ທ່ານ​ນາຍົກລັດຖະມົນຕີ Najib Razak
(ພາບ: AFP)

(vovworld) –  ທ່ານ Khakid Abu Bakar, ຫົວໜ້າອົງການ​ກວ​ດກາ ຕ​ຳຫຼວດ ມຽນມາ ​ໃຫ້​ຮູ້​ວ່າ, ຕອນ​ບ່າຍ​ວັນ​ທີ 2/8, ມີ​ຊ່ອງ​ຈົດໝາຍ​ສະບັບ​ໜຶ່ງ​ໄດ້​ສົ່ງ​​ໃຫ້​ຕຳຫຼວດລັດ Nigri Sembilan ຜ່ານ​ທາງ​ໄປສະນີ, ຊ່ອງ​ຈົດໝາຍ​ໄດ້​ໝາຍ​ຕົວ​ໜັງສື “ການ​ຂົ່ມ​ຂູ່​ຂອງIS”, ​ຢູ່​ທາງ​ໃນ​ບັນຈຸ​ຈົດໝາຍ ​ແລະ ຮູບ​ຖ່າຍ 9 ສະບັບ​ຂອງ​ບັນດາ​ການ​ນຳ ມຽນມາ ​ແລະ ມາ​ເລ​ເຊຍ, ​ໃນ​ນັ້ນ​ມີ​ທ່ານ​ນາຍົກລັດຖະມົນຕີ Najib Razak, ທ່ານ​ຮອງ​ນາຍົກລັດຖະມົນຕີ Zahid Hamidi, ທ່ານ​ຫົວໜ້າ​​ອົງການ​ກວດກາ​ຕຳຫຼວດ Khakid Abu Bakar ​ແລະ ທ່ານ​ນາງ ຜູ້​ທີ່​ປຶກສາ​​ແຫ່ງ​ລັດ ​ມຽນມາ Aung San Suu Kyi. ຄຽງ​ຄູ່​ກັນ​ນັ້ນ, ​ເນື້ອ​ໃນ​ຈົດໝາຍ​ຍາວ 2 ໜ້າ​ນີ້​ກໍ່​ໄດ້​ປະກາດ​ມີ​ສະມາຊິກ ​ແລະ ບັນດາ​ນັກ​ຊ່ຽວຊານ​ຂອງ IS ປະມານ 700 ຄົນ​ພວມ​ຢູ່​ລັດ Nigri Sembilan. ທ່ານ Khakid ​ໃຫ້​ຮູ້​ວ່າ ມີ​ຈົດໝາຍ 4 ສະບັບ​ໄດ້​ສົ່ງ​ເຖິງ​ປ້ອມ​ຕຳຫຼວດ​ຂອງ​ລັດ Nigri Sembilan, ​ໃນ​ນັ້ນ​ມີ​ປ້ອມ​ຕຳຫຼວດ​ຢູ່​ລັດ Nilai ​ແລະ Port Dockson, ທ່ານ​ກໍ່​ຖື​ວ່າກຳລັງ​ໜູນ​ຂອງ​ບັນດາ​ຈົດໝາຍ​ຍັງ​ບໍ່​ທັນ​​ຈະ​ແຈ້ງ​​ເທື່ອຍ້ອນ​​ເປົ້າໝາຍ​ຂົ່ມ​ຂູ່​ບຸກ​ໂຈມ​ຕີ ທັງ​ມີ​ການ​ນຳ​ປະ​ເທດ​ຕ່າງໆ, ​ແຕ່​ອາດ​ສາມາດ​ກໍ່ຄວາມ​ສັບສົນ​​ໃຫ້ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ