ISສືບຕໍ່ບັນດາການເຂັ່ນຂ້າຢູ່ອີຣັກ

ISສືບຕໍ່ບັນດາການເຂັ່ນຂ້າຢູ່ອີຣັກ - ảnh 1
ບັນ​ດາ​ມື​ປືນ IS
(ພາບ: Press TV)

(vovworld) –  ວັນ​ທີ 21/4, ​ອົງ​ການກໍ່​ການ​ຮ້າຍ “ລັດ​ອິດ​ສະ​ລາມ” (IS) ຂະ​ໜານ​ມານ​ເອງ ໄດ້​​ນຳ​ຂຶ້ນ​ເຄືອ​ຂ່າຍ ​ອີນ​ເຕີ​ເນັດ​ບັນ​ດາ​ຮູບ​ຖ່າຍ​​ກ່ຽວ​ກັບການ​ເຂັ່ນ​ຂ້າມື​ປຶນ 11 ຄົນ​ທີ່​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ ຢູ່ ອີ​ຣັກ. ແຖວ​​ຕົວໜັງ​ສື​​ຄັດ​ຕິດໃນ​ບັນ​ດາ​ຮູບ​​ຖ່າຍ​ໃຫ້​ຮູ້​ວ່າ: ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍນີ້​ໄດ້​​ຖືກເຂັ່ນ​ຂ້າ​​ຢູ່ແຂ​ວງ Salaheddin, ​ທາງ​ທິດ​ເໜືອ ແບດ​ແດດ, ບ່ອນ​ດຳ​ເນີນ​ການ​ປະ​ທະ​ກັນ​ທີ່​ດຸ​ເດືອດ​ເມື່ອ​ເດືອນ​ກ່ອນ, ໃນ​ນັ້ນ​ກຳ​ລັງ​ລັດ​ຖະ​ບານ ອີ​ຣັກ ຍາດ​ໄດ້​​ສິດ​ຄວບ​ຄຸມ​ເມືອງ​ເອກ Tikrit ຂອງ​ແຂວງນີ້. ຕາມ​ບັນ​ດາ​ແຖວ​​ຕົວໜັງ​ສ​ື​ແລ້ວ, ບັນ​ດາ​ຜູ້​ຖືກ​ເຂັ່ນ​ຂ້າ​ແມ່ນ​ສະ​ມາ​ຊິກ​ຂອງ​ບັນ​ດາ​ກົມ​ກອງ​ເຄິ່ງ​ການ​ທະ​ຫານ Popular Mobilisation ພວມ​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ກອງ​ທັບ ອີ​ຣັກ​ ໃນ​ບັ້ນ​ຮົບ​ຕ້ານ IS. IS ໄດ້​ຖ່າຍ​ທຳ​ວີ​ດີ​ໂອ​ບັນ​ດາ​ການ​ກະ​ທຳໂຫດ​ຮ້າຍ​ສາ​ມານ​ອື່​ນໆ​ຢູ່​ບັນ​ດາ​ເຂດ​ທີ່​ພວກມ​ັນ​ຄວບ​ຄຸມຢູ່ ອີ​ຣັກ ແລະ ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ຊີ​ຣີ. ​ປະ​ຈຸ​ບັນ, ກຳ​ລັງ​ນີ້ພວມ​ຢຶດ​ຄອງຫຼາຍ​​ບໍ​ລິ​ເວນ​ຢູ່​ເຂດ Anbar, ແຂວງ​ໃຫຍ່​ສຸດ​ຂອງ ອີ​ຣັກ, ເພື່ອ​ແນ​ໃສ່​ສ້າງ​ແປ້ນ​ຢັນ​ບຸກ​ເຂົ້າ​ສູ່ ແບດ​ແດດ. ບັນ​ດາ​ການ​ໂຕ້​ຕອບ​ຂອງ​ທະ​ຫານ ອີ​ຣັກ ແລະ ກຳ​ລັງ​ຊາວ ຊີ​ອະ ໄດ້​ເຮັດ​ໃຫ້​ບາດ​ກ້າວ​ເດີນ​ຂອງ IS ຖອຍຫຼັງ.

 

ຂ່າວ/ບົດ​ອື່ນ