ISຮັບຜິດຊອບຕໍ່ເຫດວາງລະເບີດຫລາຍຄັ້ງຢູ່ຊີຣີ

ISຮັບຜິດຊອບຕໍ່ເຫດວາງລະເບີດຫລາຍຄັ້ງຢູ່ຊີຣີ	 - ảnh 1
(ພາບປະກອບ)

 (vovworld)- ກຸ່ມ​ລັດ​ອິດ​ສະ​ລາມ(IS)ໄດ້ ອອກ​ສຽງ​ຮັບ​ຜິດ​ຊອບຕໍ່​ບັນ​ດາ​ເຫດ​ວາງ​ລະ​ເບີດ​ທີ່ເກີດ​ຂຶ້ນ​ຢ່າງ​ລຽນ​ຕິດ​ຢູ່ 2 ນະ​ຄອນຂອງ ຊີ​ຣີ ໃນ​ວັນ​ທີ  ໃນ​ວັນ​ທີ 23/5 ເຮັດ​ໃຫ້​ກວ່າ 100 ຄົນ​ຖືກ​ເສຍ​ຊີ​ວິດ ແລະ ອີກ 120 ຄົນ​ຖືກ​ບາດ​ເຈັບ. ໃນ​ຖະ​ແຫລງ​ການ​ທາງ​ຫນ້າ​ເວັບ, ກຸ່ມ ລັດ​ອິດ​ສະ​ລາມ ໄດ້​ຖະ​ແຫລງວ່າ: ການ​ວາງ​ລະ​ເບີດ​ດັ່ງ​ກ່າວ​ແມ່ນ​ເລັ່ງ​ໃສ່​ພວກ​ຫົວ​ຮຸນ​ແຮງ​ຢູ່ ນະ​ຄອນ Tartus ແລະ Giale, ​ພິ​ເສດແມ່ນ​ເຂດ​ສາ​ທາ​ລະ​ນະ​ ຄື: ສະ​ຖາ​ນີ​ລົດ​ເມ, ໂຮງ​ໝໍ​ແຫ່ງ​ຊາດ.



ຂ່າວ/ບົດ​ອື່ນ