IT ຂຽວເພື່ອພັດທະນາວິສາຫາກິດ

IT ຂຽວເພື່ອພັດທະນາວິສາຫາກິດ - ảnh 1
(ພາບ:baodautu.vn)

( vovworld ) –  ​ວັນ​ທີ 17/5, ຢູ່​ຮ່າ​ໂນ້ຍ, ອົງການ​ພັດທະນາ​ອຸດສາຫະກຳ ສະຫະ​ປະຊາ​ຊາດ ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ໄດ້​ຈັດ​ເວທີ​ປາ​ໄສເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຂຽວ (IT ຂຽວ)​. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ຊ່ຽວຊານ​ໄດ້​ລາຍ​ງານ​ບົດ​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ ​ແລະ ສິ່ງ​ແວດ​ລ້ອມ-​ວິໄສ​ທັດ​ສາກົນກ່ຽວ​ກັບບັນດາ​ບັນຫາ​ ​ແລະ ກາລະ​ໂອກາດ; ​ແນະນຳ​ບັນດາ​ໂຄງການ​ຮັບຜິດຊອບ​ທາງ​ສັງຄົມຂອງ​ວິ​ສາ​ຫະກິດ ​ແລະ ບັນດາ​ບັນຫາ​ສິ່ງ​ແວດ​ລ້ອມ. ການ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຂຽວ (IT ຂຽວ)​ ​​ໃນ​ວິ​ສາ​ຫະກິດ….. ບັນດາ​ຜູ້​ຊ່ຽວຊານ​ໃຫ້​ຂໍ້​ສັງ​ເກດ​ວ່າ: ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ສວມ​ບົດບາດ​ສຳຄັນ​ໃນ​ຊີວິດ​ຂອງ​ມະນຸດ ກໍ​ຄື​ໃນ​ລະບົບການ​ສະໜອງ ​ແລະ ​ຕ່ອງ​ໂສ້​ການ​ຜະລິດ. ທ່ານ Nguyen Quang Vinh ຜູ້ອຳນວຍການ​ຫ້ອງການ​ໜູນ​ຊ່ວຍພັດທະນາ​ແບບ​ຍືນ​ຍົງ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ໃຫ້​ຮູ້​ວ່າ:  “ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ແມ່ນ​ວຽກ​ງານ​ສຳຄັນ​ທີ່​ສຸດ​ສຳລັບ​ບັນດາ​ວິ​ສາ​ຫະກິດ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຫລີກ​ລ້ຽງ​ການ​ນຳ​ເຂົ້າບັນດາ​ເຄຶ່ອງອຸປະກອນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ທີ່ຫລ້າ​ສະ​ໄໝ ​ເຮັດ​ໃຫ້ ຫວຽດນາມ ກ່າຍ​ເປັນ​ແຫ່ງ​ຖີ້ນຂີ້​ເຫຍື່ອ​ເຕັກ​ໂນ​ໂລ​ຊີ. ທີ 2 ​ແມ່ນ ບັນດາ​ອົງການ​ຂອງ​ລັດ​ຫວຽດນາມ ຕ້ອງ​ຍົກ​ອອກ​ບັນດາ​ຂໍ້​ກຳນົດ​ຢ່າງ​ເຂັ້ມງວດ, ​ເພື່ອ​ສະກັດ​ກັ້ນ​ເລື່ອງ​ນ​ຳ​ເຂົ້າບັນດາ​ເຄື່ອງ​ອຸປະກອນ​ຫລ້າ​ສະ​ໄໝເຂົ້າ ຫວຽດນາມ. ບັນດາ​ເຄື່ອງ​ອຸປະກອນ​ເຫຼົ່ານັ້ນອາດ​ຈະ​ກໍ່​ໃຫ້​ເກີດ​ມົນ​ລະ​ຜິດຕໍ່​ສິ່ງ​ແວດ​ລ້ອມ​ໃຫ້​ແກ່​ຫວຽດນາມ

 

 

 

 

ຂ່າວ/ບົດ​ອື່ນ