Kyrgyzstan ແລະ Tajikistan ເຫັນດີຢຸດຍິງ

(VOVWORLD) -ເຖິງຢ່າງໃດກໍ່ຕາມ, ໃນວັນດຽວກັນ, Kyrgyzstan ແລະ Tajikistan ໄດ້ກ່າວຫາກັນລະເມີດຄຳສັ່ງຢຸດຍິງ.
Kyrgyzstan ແລະ Tajikistan ເຫັນດີຢຸດຍິງ - ảnh 1ທະຫານຊາຍແດນ Tajikistan
(ພາບ: AFP/TTXVN)

ວັນທີ 16 ກັນຍາ, Kyrgyzstan ແລະ Tajikistan ໄດ້ເຫັນດີຢຸດຍິງເພື່ອແນໃສ່ຢຸດຕິບັນດາການປະທະກັນຢູ່ເຂດຊາຍແດນທີ່ເກີດຂຶ້ນໃນອາທິດນີ້. ແຈ້ງການຂອງຄະນະກຳມະການຄວາມສະຫງົບ Kyrgyzstan ໃຫ້ຮູ້ວ່າ ທ່ານພົນຕີ Ularbek Sharsheyev – ຫົວໜ້າກົມປ້ອງກັນຊາຍແດນ Kyrgyzstan ແລະ ຜູ້ບັນຊາການກຳລັງທະຫານຊາຍແດນ Tajikistan, ທ່ານພັນເອກ Radzhabali Rakhmonali ໄດ້ມີການໂອ້ລົມສົນທະນາທາງໂທລະສັບ ແລະ ເຫັນດີນຳກັນຢຸດຍິງນັບແຕ່ເວລາ 10 ໂມງ (ຕາມເວລາທ້ອງຖິ່ນ).

          ເຖິງຢ່າງໃດກໍ່ຕາມ, ໃນວັນດຽວກັນ, Kyrgyzstan ແລະ Tajikistan ໄດ້ກ່າວຫາກັນລະເມີດຄຳສັ່ງຢຸດຍິງ. ປີ 2021, ໄດ້ເກີດການປະທະກັນຫຼາຍຄັ້ງທີ່ບໍ່ເຄີຍມີມາກອ່ນລະຫວ່າງ 2 ຝ່າຍ, ເຮັດໃຫ້ນັບສິບຄົນເສຍຊີວິດ. ຫວ່າງມໍ່ໆມານີ້, ວັນທີ 14 ກັນຍາ, ເກີດການປະທະກັນລະຫວ່າງທະຫານຊາຍແດນຂອງ 2 ປະເທດເປັນ 2 ຄັ້ງ ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 3 ຄົນເສຍຊີວິດ ແລະ 27 ຄົນຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ