Maroc ກູ້​ເອົາ​ຊີ​ວິດ​ຊາວ​ອົບ​ພະ​ຍົບ​ກ່​ວາ 60 ຄົນ​ຢູ່​ເຂດ​ທະ​ເລ Tarfaya

(VOVWORLD) - 2021, ມີຊາວອົບພະຍົບກ່ວາ 37.300 ຄົນໄດ້ໄປ ແອດສະປາຍ ດ້ວຍທາງທະເລ, ສ່ວນຫຼາຍແມ່ນມາຈາກ Maroc.
Maroc ກູ້​ເອົາ​ຊີ​ວິດ​ຊາວ​ອົບ​ພະ​ຍົບ​ກ່​ວາ 60 ຄົນ​ຢູ່​ເຂດ​ທະ​ເລ Tarfaya - ảnh 1

 ຊາວອົບພະຍົບຢູ່ເຂດ Fnideq, ຊາຍແດນ ມາຣົກ-ແອດສະປາຍ ເມື່ອ 18/5/2021 (ພາບ: AFP/ TTXVN)

ວັນທີ 1 ກຸມພາ, ອົງການບໍ່ຂຶ້ນກັບລັດຖະບານ Alarm Phone ລວມມີບັນດາຜູ້ອາສາສະໝັກຊາວເອີລົບ,  Tunisia ແລະ Maroc ໃຫ້ຮູ້ວ່າ: ທະຫານເຮືອ Maroc ໄດ້ກູ້ເອົາຊີວິດຊາວອົບພະຍົບຢ່າງຜິດກົດໝາຍລວມ 60 ຄົນ, ໃນນັ້ນ ມີແມ່ຍິງ 15 ຄົນ ແລະ ເດັກນ້ອຍ 3 ຄົນ, ພາຍຫຼັງທີ່ເຮືອຂອງເຂົາເຈົ້າຖືກຈົມນ້ຳຢູ່ມໍ່ກັບເຂດທະເລ Tarfaya.

  ກ່ອນໜ້ານັ້ນ, ແອດສະປາຍ ໄດ້ກ່າວເຕືອນກ່ຽວກັບໄພອັນຕະລາຍ ຊື່ງບັນດາຊາວອົບພະຍົບຈະຕ້ອງປະເຊີນໜ້າ ເມື່ອເຂົາເຈົ້າພະຍາຍາມເຂົ້າເຂດໝູ່ເກາະ Canaries ຂອງແອດສະປາຍ ຫ່າງຈາກເຂດທະເລ Tarfaya ປະມານ 100 ກມ.

   ໂດຍນອນໃນເຂດຕາເວັນຕົກສ່ຽງເໜືອສຸດຂອງທະວີບ ອາຟຼິກກາ, Maroc ແມ່ນປະເທດເປັນກາງຂອງຊາວອົບພະຍົບຫຼາຍຄົນ ທີ່ຊອກຫາວິທີໄປຍັງເອີລົບ ຈາກບັນດາເຂດທະເລ ມະຫາສະໝຸດອັດລັງຕິກ ແລະ ທະເລເມດີແຕຣາເນ.

     ຕາມ Caminando Fronteras ແລ້ວ, ມີຊາວອົບພະຍົບກ່ວາ 4000 ຄົນໄດ້ເສຍຊີວິດ ແລະ ຫາຍສາບສູນໃນປີ 2021 ໃນການເດີນທາງຂ້າມທະເລໄປຍັງ ແອດສະປາຍ, ເພີ່ມຂຶ້ນທົບສອງເທົ່າ ເມື່ອທຽບກັບປີ 2020. ກະຊວງພາຍໃນ ແອດສະປາຍໃຫ້ໃຫ້ວ່າ, ໃນປີ 2021, ມີຊາວອົບພະຍົບກ່ວາ 37.300 ຄົນໄດ້ໄປ ແອດສະປາຍ ດ້ວຍທາງທະເລ, ສ່ວນຫຼາຍແມ່ນມາຈາກ Maroc.

ຕອບກັບ

ຂ່າວ/ບົດ​ອື່ນ