NATO ກ່າວເຕືອນ ຕາລີບານ ບໍ່ປະໃຫ້ ອາບການິດສະຖານ ກາຍເປັນແຫ່ງຊຸກເຊື່ອງກໍ່ການຮ້າຍ

(VOVWORLD) -ບໍ່ປະໃຫ້ ອາບການິດສະຖານ ກາຍເປັນແຫ່ງຊຸກເຊື່ອງກໍ່ການຮ້າຍ ອີກຄັ້ງໜຶ່ງຄືດັ່ງກ່ອນນີ້ 2 ທົດສະວັດ, ສິ່ງທີ່ເຮັດໃຫ້ຝ່າຍຕາເວັນຕົກ ຈັດສົ່ງທະຫານມາປະເທດນີ້.
NATO ກ່າວເຕືອນ ຕາລີບານ ບໍ່ປະໃຫ້ ອາບການິດສະຖານ ກາຍເປັນແຫ່ງຊຸກເຊື່ອງກໍ່ການຮ້າຍ - ảnh 1ບັນດາມືປືນຕາລີບານ
(ພາບ: AFP/TTXVN)

ລັດຖະມົນຕີການຕ່າງປະເທດບັນດາປະເທດຂອງສະມາຊິກອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ໄດ້ກ່າວເຕືອນ ຕາລີບານ ວ່າ, ບໍ່ປະໃຫ້ ອາບການິດສະຖານ ກາຍເປັນແຫ່ງຊຸກເຊື່ອງກໍ່ການຮ້າຍ ອີກຄັ້ງໜຶ່ງຄືດັ່ງກ່ອນນີ້ 2 ທົດສະວັດ, ສິ່ງທີ່ເຮັດໃຫ້ຝ່າຍຕາເວັນຕົກ ຈັດສົ່ງທະຫານມາປະເທດນີ້.

        ໃນຖະແຫຼງການວັນທີ 20 ສິງຫາ, ພາຍຫຼັງກອງປະຊຸມທາງອອນລາຍໂດຍດ່ວນກ່ຽວກັບວິກິດການຢູ່ ອາບການິດສະຖານ, ບັນດາລັດຖະມົນຕີການຕ່າງປະເທດ NATO ເນັ້ນໜັກວ່າ: ໃນໄລຍະ 20 ປີຜ່ານມາ, NATO ໄດ້ບັນລຸຜົນສຳເລັດໃນການສະກັດກັ້ນ ອາບການິດສະຖານ ກ່າຍເປັນແຫ່ງໃຫ້ບັນດາພວກກໍ່ການຮ້າຍລີ້ຕົວຢ່າງປອດໄພ ຈາກນັ້ນພວກມັນປຸກລະດົມບັນດາການບຸກໂຈມຕີ. NATO ຍັງໃຫ້ຄຳໝັ້ນສັນຍາຕໍ່ສູ້ຕ້ານການກໍ່ການຮ້າຍ ດ້ວຍຄວາມຕັດສິນໃຈ ແລະ ຄວາມສາມັກຄີ.

ຕອບກັບ

ຂ່າວ/ບົດ​ອື່ນ