NATO ຊ້ອມຮົບນາໆຊາດບົນທະເລດຳ

NATO ຊ້ອມຮົບນາໆຊາດບົນທະເລດຳ - ảnh 1
(ພາບປະກອບ/TTXVN)

(vovworld) - ວັນ​ທີ 05/03 ມີພົນທະຫານ​ປະມານ 1.500 ຄົນ​ທີ່​ມາຈາກ 7 ປະ​ເທດ​ຂຶ້ນ​ກັບ​ອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ (NATO) ​ເລີ່​ມຕົ້ນ​ການ​ຊ້ອມ​ຮົບນາໆ​ຊາດ Poseidon 2017 ​ໃນ​ພືນ​ແຜ່ນດິນຂອງ ຣຸມາ​ນີ ​ແລະ ​ເຂດ​ທະ​ເລ​ສາກົນ​ທາງ​ທິດຕາ​ເວັນ​ຕົກ​ທະ​ເລ​ດຳ. ການ​ຊ້ອມ​ຮົບ ມີ​ການ​ເຂົ້າ​ຮ່ວມ​ຂອງກ່ຳ​ປັ່ນ​ສູ້​ຮົບ, ​ເຮືອບິນ​ເຮລີ​ກອບ​ເຕີ Puma Naval 17 ລຳ ​ແລະ ກ່ຳ​ປັ່ນຄວາມ​ໄວ​ສູງ 2 ລຳ​ ພ້ອມດ້ວຍນັກ​ດຳ​ນ້ຳ ໜ້າ​ທີ່​ຕົ້ນຕໍ​ຂອງ​ການ​ຊ້ອມ​ຮົບ​ໃນ​ຄັ້ງ​ນີ້ ​ແມ່ນ​ຍົກ​ສູງ​ຄວາມ​ສາມາດ​ສົມທົບ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາ​ຊິກ NATO ​ໃນ​ການ​ຕ້ານ​ລະ​ເບີດ ກໍ່​ຄື​ຕີ​ລາຄາ​ຄວາມ​ສາມາດ​ຂອງ​ບັນ​ດາ​ກົມ​ກອງ ຣຸມາ​ນີ ​ເຂົ້າ​ຮ່ວມ​ກຳລັງກະທົບ​ຕອບ​ໄ​ວຂອງ NATO ​ໃນ​ປີ 2018, ການ​ຊ້ອມ​ຮົບ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນທີ 13/03.

ຕອບກັບ

ຂ່າວ/ບົດ​ອື່ນ