NATO ຢືນຢັນຮັກສາກອງກຳລັງຢູ່ ອີຣັກ

(VOVWORLD) - “ພວກຂ້າພະເຈົ້າ ມີໜ້າຢູ່ທີ່ນີ້ ແມ່ນຍ້ອນວ່າ ອີຣັກ ມີຄວາມຕ້ອງການ ແລະ ຈະບໍ່ຕັ້ງທັບດົນກ່ວາຄວາມຕ້ອງການ, ພວກຂ້າພະເຈົ້າຈະຝຶກອົບຮົມບັນດາຄູຝຶກ ຈົນຮອດຍາມໃດບໍ່ມີຄວາມຕ້ອງການອີກ ເພື່ອຮັບປະກັນວ່າ ອົງການ IS ຈະບໍ່ປະກົດຕົວອີກ”
NATO ຢືນຢັນຮັກສາກອງກຳລັງຢູ່ ອີຣັກ - ảnh 1 ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO)

ວັນທີ 5 ມີນາ, ກ່າວຄຳເຫັນໃນການຢ້ຽມຢາມນະຄອນຫຼວງ ແບດແດດ, ປະເທດ ອີຣັກ, ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໃຫ້ຮູ້ວ່າ: ບັນດາກອງກຳລັງຂອງ NATO ພວມຕັ້ງທັບຢູ່ ອີຣັກ ຕາມຂໍ້ສະເໜີຂອງປະເທດນີ້. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານເລຂາທິການໃຫຍ່ NATO ປະກາດວ່າ: “ພວກຂ້າພະເຈົ້າ ມີໜ້າຢູ່ທີ່ນີ້ ແມ່ນຍ້ອນວ່າ ອີຣັກ ມີຄວາມຕ້ອງການ ແລະ ຈະບໍ່ຕັ້ງທັບດົນກ່ວາຄວາມຕ້ອງການ, ພວກຂ້າພະເຈົ້າຈະຝຶກອົບຮົມບັນດາຄູຝຶກ ຈົນຮອດຍາມໃດບໍ່ມີຄວາມຕ້ອງການອີກ ເພື່ອຮັບປະກັນວ່າ ອົງການ IS ຈະບໍ່ປະກົດຕົວອີກ”. ທ່ານ Jens Stoltenberg ໄດ້ຊີ້ແຈ້ງວ່າ: NATO ພວມເພີ່ມທະວີການຝຶກອົບຮົບ, ຄືທຳລາຍບັນດາວັດຖຸລະເບີດທີ່ຜະລິດເອງ, ວຽກງານເສນາຮັກ, ປົວແປງອຸປະກອນການທະຫານ ແລະ ບາງຂົງເຂດອື່ນໆອີກ. ນອກຈາກນັ້ນແລ້ວ, NATO ກໍ່ມີແຜນການຊ່ວຍໃຫ້ ອີຣັກ ກໍ່ສ້າງບັນດາໂຮງຮຽນ ແລະ ວິທະຍາຄານການທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ