NATO ຮຽກຮ້ອງບັນດາ ປະເທດສະມາຊິກເພີ່ມ ງົບປະມານດ້ານປ້ອງກັນຊາດ

NATO ຮຽກຮ້ອງບັນດາ ປະເທດສະມາຊິກເພີ່ມ ງົບປະມານດ້ານປ້ອງກັນຊາດ - ảnh 1
(ພາບປະກອບ)

(vovworld) - ​ໃນ​ການ​ຢ້ຽມຢາມ​ບຸນ​ກາຣີ ​ເມື່ອ​ວັນ​ທີ 11/04, ທ່ານ​ເລຂາທິການ​ໃຫຍ່ NATO Anders Fogh Rasmussen ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ປັບ​ປຸງ​ລະບົບ​ປ້ອງ​ກັນລຽບ​ຕາມ​ເສັ້ນ​ຊາຍ​ແດນ​ກັບ​ລັດ​ເຊຍ, ພ້ອມ​ທັງ​ກະຕຸກ​ຊຸກຍູ້​ບັນດາ​ປະ​ເທດ​ສະມາຊິກ​ເພີ່ມ​ງົບປະມານ​ດ້ານ​ປ້ອງ​ກັນຊາດຂຶ້ນ​ຕື່ມ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ປະ​ເທດ​ເຈົ້າພາບ Kristian Vigenin, ທ່ານ Rasmussen ​ໃຫ້​ຮູ້​ວ່າ: ພວກ​ຂ້າພະ​ເຈົ້າ​ພວມ​ດຳ​ເນີນ​ບັນດາ​ບາດກ້າວ​​ໃຫ້ຖືກ​ຕາມ​ກົດໝາຍ ​ເພື່ອ​ແນ​ໃສ່​ເພື່ມທະວີ​ການ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພັນທະ​ມິດ, ຈາກ​ເຂດ Baltic ​ເຖິງ ທະ​ເລ​ດຳ. ບຸນ​ການຣີ ​ສວນ​ບົດບາດ​ຫຼັກ​ແຫຼ່ງ​ໃນ​ພາກ​ພື້ນ ​ແລະ ພາກ​ພື້ນ​ນີ້​ມີ​ຄວາມ​ໝາຍ​ກຸ​ແຈ​ສຳລັບ NATO. ທ່ານ Rasmussen ​ເນັ້ນ​ໜັກ​ວ່າ, ​ເພື່ອ​ຮັກສາ​ກຳລັງ​ແຮງ​ໃຫ້​ກຸ່ມ​ທະຫານ​ດັ່ງກ່າວ, ບັນດາ​ປະ​ເທດ​ສະມາຊິກ NATO ຕ້ອງ​ເພີ່ມງົບປະມານ​ດ້ານ​ການ​ທະຫານ, ພ້ອມ​ທັງ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າອີກ ​ເພື່ອ​ມີ​ກຳ​ລັງ​​ທີ່​ທັນ​ສະ​ໄໝ ​​ແນ​ໃສ່​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍຕ່າງໆ.

ຂ່າວ/ບົດ​ອື່ນ