NATO ເລີ່ມດຳເນີນ ການຊ້ອມຮົບຢູ່ Latvia

NATO ເລີ່ມດຳເນີນ ການຊ້ອມຮົບຢູ່ Latvia - ảnh 1
NATO ເລີ່ມດຳເນີນການຊ້ອມຮົບຢູ່ Latvia
(ພາບ: TTXVN)


(vovworld) – ວັນ​ທີ 22/03, ອົງການ NATO ​ໄດ້​ເລີ່​ມດຳ​ເນີນການ​ຊ້ອມ​ຮົບນາໆ​ຊາດທີ່​ມີ​ຊື່ວ່າ “Operation Summer Shield - XII” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພົນທະຫານ 1.100 ຄົນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ຄື: Latvia, Litva, ອາ​ເມ​ລິ​ກາ, ອັງກິດ ລຸກ​ຊຳ​ບວກ ​ແລະ ກາ​ນາ​ດາ. ນີ​້ແມ່ນ​ການ​ຊ້ອມ​ຮົບ​ປະສົມ​ຂອງ​ບັນດາ​ກຳລັງ​​ເຫຼົ່າທັບ​ເຮືອ, ທະຫານ​ບົກ, ​ເຫຼົ່າ​ທັບ​ອາກາດ NATO. ການ​ຊ້ອມ​ຮົບ​ແກ່ຍາວ​ຮອດ​ວັນ​ທີ 31/03, ດ້ວຍ​ຈຸດປະສົງ​ເພີ່ມ​ທະວີ​ການ​ສົມທົບ​ກັນ, ໜູນ​ຊ່ວຍ​ຂອງ​ທະຫານ​ຊ່າງ​ແສງ, ທະຫານ​ປືນ​ໃຫຍ່, ​ເຫຼົ່າ​ທັບ​ອາກາດ ​ແລະ ບັນດາ​ພາຫະນະ​ຕ້ານ​ອາວຸດ​ລ້າງຜານ​ໃນ​ບັນດາ​ບັ້ນ​​ການ​ທະຫານ​ຂອງ​ທະຫານ​ທາງບົກ. ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ມີ​ບັນດາ​ເຮືອບິນ​ເອລີກ​ອບ​ເຕີ Black Hawk ຂອງ​ອາ​ເມ​ລິ​ກາ, ພ້ອມ​ກັບ​ພາຫະນະ​ອຸປະ​ກອນ​ການ​ທະຫານ​ທີ່​ທັນ​ສະ​ໄໝ​ອື່ນໆ.

ຂ່າວ/ບົດ​ອື່ນ