NATOຜັນຂະຫຍາຍກຳລັງທະຫານຕື່ມອີກເຖິງເອີລົບຕາເວັນອອກ

NATOຜັນຂະຫຍາຍກຳລັງທະຫານຕື່ມອີກເຖິງເອີລົບຕາເວັນອອກ - ảnh 1
NATOຜັນຂະຫຍາຍກຳລັງທະຫານຕື່ມອີກເຖິງເອີລົບຕາເວັນອອກ
photo:internet


(vovworld) - ວັນທີ 16/4, NATO ຖະແຫລງວ່າ: ພັນທະມິດການທະຫານນີ້ຈະຜັນ​ຂະຫຍາຍ​ກຳລັງ​ທະຫານ​ເຮືອ, ທະຫານ​ບົກ, ທະຫານ​ອາກາດຕື່ມ​ອີກ​​ເຖິງ ​ເອີ​ລົບ​ຕາ​ເວັນ​ອອກ ​ເພື່ອຕອບ​ໂຕ້ວິ​ກິດ​ການ​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ຢູ່ ຢູ​ແກຼນ. ກ່າວ​ຄຳ​ເຫັນ​ພາຍຫລັງ​ການ​ປະຊຸມ​ຂອງ​ບັນດາເອກ​ອັກຄະ​ລັດຖະທູດ NATO ປະ​ຈຳ ບຣຸກ​ແຊນ ປະ​ເທດ ​ແບນ​ຊີກ, ທ່ານ Anders Fogh Rasmussen, ​ ​ເລຂາທິການ​ໃຫຍ່ NATO ບໍ່​ເປີ​ດ​ເຜີຍ​ຈຳນວນ​ທະຫານ ກໍ​ຄື​ພາຫະນະ​ໃຫມ່​ທີ່​ຈະ​ຜັນ​ຂະຫຍາຍ, ​ແຕ່​ທ່ານ​ໃຫ້​ຮູ້​ວ່າ: NATO ຈະ​ເພີ່ມ​ທະວີ​ຄວາມ​ສາມາດ​ປ້ອງ​ກັນ​ອາກາດ​ຢູ່​ເຂດ​ທະ​ເລ Baltic ພ້ອມ​ທັງ​ເພີ່ມ​ຈຳນວນ​ກຳ​ປັ່ນ​ຮົບ​ຢູ່​ທັງ​ເຂດ​ນີ້ ​ແລະ ທາງ​ທິດຕາ​ເວັນ​ອອກ​ທະ​ເລ​ເມ​ດີ​ເຕຮາ​ເນຍ ຖ້າ​ມີ​ຄວາມ​ຈຳ​ເປັນ. ທ່ານ Rasmussen, ​ເນັ້ນ​ຫນັກ​ວ່າ: ດ້ວຍ​ບັນດາ​ມາດ​ຕະການ​ເໝາະ​ສົມ​ກັບ​ກົດ​ໝາຍ​ສາກົນ, NATOພ້ອ​​​ມ​ແລ້ວ​ສະຫນັບສະຫນູນ​ບັນດາ​ປະ​ເທດ​ພັນທະ​ມິດ​ຕ້ານຄືນ​ບໍ່​ວ່າຄວາມອັນຕະລາຍ​ໃດຕາມ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ.

​ໃນ​ຂະນະ​ນັ້ນ, ຜູ້ຕາງຫນ້າ​ປະຈຳ​ລັດ​ເຊຍ ຢູ່ NATO, ທ່ານ Aleksander Grushko ຖະ​ແຫລ​ງວ່າ:​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ການ​ທະຫານ​ຂອງ NATO ​ແມ່ນ​ໄປ​ຝືນ​ກັບ​ຫນ້າ​ທີ່​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ພວມ​ປີ້ນ​ຂັນ​ໄດຢູ່ ຢູ​ແກຼນ ລົງ.

​ໃນ​ວັນ​ດຽວ​ກັນ, ທ່ານ Frank Walter Steinmeier, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ ຢືນຢັນ: ການ​ເຈລະຈາ 4 ຝ່າຍ​ກ່ຽວ​ກັບ ຢູ​ແກຼນ ຢ່​ູ​ເຊີ​ແນວ ​​ແມ່ນ​ບໍ່ໄດ້​ປະລາ​ໄຊຢ່າງ​ເດັດຂາດ.



ຂ່າວ/ບົດ​ອື່ນ