NATOໄຂການຊ້ອມຮົບຍຸດທະສາດສາກົນຄັ້ງໃຫຍ່ສຸດ

NATOໄຂການຊ້ອມຮົບຍຸດທະສາດສາກົນຄັ້ງໃຫຍ່ສຸດ - ảnh 1
NATO ​ເລີ່​ມຕົ້ນ​ການ​ຊ້ອມ​ຮົບ​ຍຸດ​ທະ​ສາດ
photo:internet


(vovworld)- ວັນ​ທີ 9/6, ຢູ່​ຖານ​ທີ່​ໝັ້ນ​ການ​ທະຫານ Adazi ຂອງ Latvia, NATO ​ເລີ່​ມຕົ້ນ​ການ​ຊ້ອມ​ຮົບ​ຍຸດ​ທະ​ສາດ​ປະຈຳ​ປີ​ຄັ້ງ​ໃຫຍ່​ສຸດ​ໃນ​ໂລກ​ “Saber Strike 2014” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນາຍທະຫານ​ກວ່າ 4.700 ຄົນ​ທີ່​ມາ​ຈາກ 10 ປະ​ເທດ. ການ​ຊ້ອມ​ຮົບ​ປີ​ນີ້ ​ແມ່ນ​ການ​ປະສານ​ສົມທົບ​ລະຫວ່າງ​ທະຫານ​ບົກ ​ແລະ ທະຫານ​ອາກາດ ​ ຈຸດປະສົງ​​ແມ່ນສ້າງ​ຄວາມ​ຊຳນານ​ງານ​​ເຂົ້າ​ຮ່ວມ​ບັນດາ​ບັ້ນ​ຮົບ​ສາກົນໃຫ້​ສົມບູນ​ແບບ. Saber Strike 2014 ​ໄດ້​ດຶງ​ດູດ 800 ກອງ​ລົດ​ຖັງ, ລົດ​ຫຸ້ມ​ເກາະ, ​ເຮືອ​ບິນ​ຂັບ​ໄລ່. ການ​ຊ້ອບຮົບ​ດັ່ງກ່າວ​ຈະ​ແກ່ຍາວ​ເຖິງ​ວັນ​ທີ 20/6.

 

ຂ່າວ/ບົດ​ອື່ນ