Olympic Pyeong Chang 2018: IOC ຢືນຢັນສານມຸ່ງໄປເຖິງສັນຕິພາບຈາກ 2 ພາກເກົາຫຼີ

(VOVWORLD) -ວັນທີ 23 ມັງກອນ, ທ່ານປະທານຄະນະກຳມະການ Olympic ສາກົນ (IOC) Thomas Bach ຢືນຢັນວ່າ

Olympic Pyeong Chang 2018: IOC ຢືນຢັນສານມຸ່ງໄປເຖິງສັນຕິພາບຈາກ 2 ພາກເກົາຫຼີ - ảnh 1 ທ່ານປະທານຄະນະກຳມະການ Olympic ສາກົນ (IOC) Thomas Bach

(ພາບ: THX/TTXVN)

2 ພາກເກົາຫຼີ ໄດ້ເຫັນດີພ້ອມກັນເດີນຂະບວນຢູ່ພິທີໄຂ Olympic ລະດູໜາວ Pyeong Chang 2018 ອາດສາມາດສົ່ງສານສັນຕິພາບ. ເມື່ອຕອບສຳພາດຕໍ່ສືມວນຊົນສ.ເກົາຫຼີ, ທ່ານປະທານ IOC ໃຫ້ຂໍ້ສັງເກດວ່າ ເລື່ອງ 2 ປະເທດ, ກ່ຽວກັບດ້ານເຕັກນິກຍັງສູ້ຢັນກັນຍ້ອນຍັງບໍ່ທັນໄດ້ລົງນາມໃນສັນຍາສັນຕິພາບເທື່ອ ນັບແຕ່ສົງຄາມເກົາຫຼີ ສິ້ນສຸດລົງເມື່ອປີ 1953, ຈະເປັນຕົວແທນໃຫ້ສັນຍານທີ່ພົ້ນເດັ່ນກ່ຽວກັບຄວາມປາດຖະໜາຢາກມີສັນຕິພາບຢ່າງແຮງ. ຕາມເຈົ້າໜ້າທີ່ຄົນດັ່ງກ່າວແລ້ວ, ກໍ່ຄ້າຍຄືບໍ່ວ່າຄະນະກຳມະການ Olympic ປະເທດອື່ນໆ, ສປປ.ເກົາຫຼີ ມີສິດ ແລະ ພັນທະເຂົ້າຮ່ວມງານມະຫາກຳກິລາ. ນີ້ແມ່ນໜ້າທີ່ຂອງການແຂ່ງຂັນກິລານີ້ ແລະ IOC ມີໜຄວາມຮັບຜິດຊອບຕ້ອງປະພຶດຢ່າງຍຸຕິທຳ, ຮັກສາທັດສະນະເປັນກາງກ່ຽວກັບດ້ານການເມືອງ ແລະ ມານະພະຍາຍາມສາມັກຄີປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ