OPEC ​ເຈ​ລະ​ຈາ ແລະ ເຫັນ​ດີ​ໃຫ້ UAE ເພີ່ມ​ປະ​ລິ​ມານ​ນ້ຳ​ມັນ​ບໍ່

(VOVWORLD) -ປະລິມານຂຸດຄົ້ນນ້ຳມັນຂອງ UAE ຈະໄດ້ເພີ່ມຂຶ້ນເປັນ 3,65 ລ້ານຖັງຕໍ່ວັນ.
OPEC ​ເຈ​ລະ​ຈາ ແລະ ເຫັນ​ດີ​ໃຫ້ UAE ເພີ່ມ​ປະ​ລິ​ມານ​ນ້ຳ​ມັນ​ບໍ່ - ảnh 1ການຂຸດຄົ້ນນ້ຳມັນດິບໃນກຸ່ມ OPEC (ພາບ: AFP/ TTXVN)

ວັນທີ 14 ກໍລະກົດ, ສຳນັກຂ່າວສານ Bloomberg ໄດ້ຄັດສະເໜີຂ່າວຕ່າງໆ ໂດຍໃຫ້ຮູ້ວ່າ ສະຫະລັດ ອາຣັບ ເອມີເລດ (UAE) ແລະ ອົງການບັນດາປະເທດສົ່ງອອກນ້ຳມັນບໍ່ (OPEC) ບັນລຸໄດ້ຄວາມເປັນເອກະພາບ, ຕາມນັ້ນແລ້ວ, ປະລິມານຂຸດຄົ້ນນ້ຳມັນຂອງ UAE ຈະໄດ້ເພີ່ມຂຶ້ນເປັນ 3,65 ລ້ານຖັງຕໍ່ວັນ.

        ຕາມ Boomberg ແລ້ວ, ປະລິມານນ້ຳມັນລະດັບໃໝ່ນີ້ຂອງ UAE ຈະເລີ່ມນຳໃຊ້ແຕ່ເດືອນ ພຶດສະພາ ປີ 2022. ລະດັບປະລິມານນ້ຳມັນບໍ່ພື້ນຖານຂອງ UAE ໃນປັດຈຸບັນ ແມ່ນ 3,168 ລ້ານຖັງຕໍ່ວັນ ແລະ ປະເທດນີ້ ໄດ້ເດັດດ່ຽວຍົກຂຶ້ນເປັນ 3,8 ລ້ານຖັງຕໍ່ວັນ.

        ບັນດາແຫຼ່ງຂ່າວກໍໃຫ້ຮູ້ວ່າ ສະຫະພັນ OPEC ແລະ ບັນດາປະເທດຄູ່ຮ່ວມມືຈະກຳນົດວັນເວລາຈັດຕັ້ງກອງປະຊຸມຮອບໃໝ່ໂດຍໄວ, ສ່ວນຂໍ້ຕົກລົງຫຼຸດຜ່ອນປະລິມານນ້ຳມັນນີ້ຈະໄດ້ຮັບການຕໍ່ກໍານົດຈົນຮອດທ້າຍປີ 2022.


ຕອບກັບ

ຂ່າວ/ບົດ​ອື່ນ