OPEC+ ເຫັນດີເປັນເອກກະພາບຮັບການການເພີ່ມປະລິມານນ້ຳມັນ
(VOVWORLD) - ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ໄດ້ເຫັນດີເປັນເອກະພາບຕໍ່ຫຼັກການເພີ່ມປະລິມານນ້ຳມັນນັບແຕ່ເດືອນກັນຍາ .
ກຳມະກອນເຮັດວຽກຢູ່ໂຮງງານຜະລິດນ້ຳມັນ ຢູ່ອີຣັກ (ພາບ: THX/TTXVN) |
ວັນທີ 3 ສິງຫາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ໄດ້ເຫັນດີເປັນເອກະພາບຫຼັກການເພີ່ມປະລິມານນ້ຳມັນນັບແຕ່ເດືອນກັນຍາ ເມື່ອກຸ່ມນີ້ປະຕິບັດສຳເລັດການລົບລ້າງ ບັ້ນຫຼຸດຜ່ອນປະລິມານໃຫຍ່ທີ່ສຸດໃນສະພາບການຄວາມວິຕົກກັງວົນຕໍ່ການຂາດວັກຂາດຕອນກ່ຽວກັບແຫຼ່ງສະໜອງຈາກລັດເຊຍ. ຖະແຫຼງການຮ່ວມໂດຍ ອາຣັບບິ ຊາອຸດິ, ລັດເຊຍ, ອີຣັກ, ສະຫະລັດ ອາຣັບເອມີເລດ (UAE), ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ໄດ້ເຫັນດີເປັນເອກະພາບໃນກອງປະຊຸມປະຈຳເດືອນ ໂດຍໃຫ້ຮູ້ວ່າ 8 ປະເທດນີ້ຈະປະຕິບັດສຳເລັດການປັບປຸງເພີ່ມປະລິມານຕື່ມອີກ 547.000ຖັງ/ວັນໃນເດືອນກັນຍາເມື່ອທຽບໃສ່ກັບປະລິມານຄວາມຮຽກຮ້ອງຕ້ອງການຂອງເດືອນສິງຫາ.