Pakistan ປະຕິເສດ ບົດລາຍງານສືບສວນ ກ່ຽວກັບເຫດການ ບຸກໂຈມຕີຂອງ NATO

ວັນ​ທີ 22/12, ທ່ານ Gregory Julian  ​ໂຄສົກ​ຂອງ​ອົງການ NATO ​ໃຫ້​ຮູ້​ວ່າ: ໝາກຜົນ​ການ​ສື​ບສວນກ່ຽວ​ກັບ​ເຫດການ​ບຸກ​ໂຈມຕີທີ່​ພິດ​ເປົ້າໝາຍຂອງ NATO ​​ໃສ່​ປ້ອມ​ກວດກາ​ຂອງ Pakistan ​ເມື່ອ​ເດືອນ​ກ່ອນ ​ຊື່​ງເຮັດ​ໃຫ້​ທະຫານ Pakistan 24 ຄົນ​ເສຍ​ຊີວິດ​ນັ້ນ ​ໄດ້​ສະ​ແດງໃຫ້​ເຫັນ​ວ່າ ​ຄວາມພິດ​ເກີດ​ມາ​ຈາກ​ທັງ​ສອງ​ຝ່າຍ. ໂຄສົກ​ຂອງ​ອົງການ NATO ​ໄດ້​ເວົ້າວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ຈະ​ຍົກ​ສູງ​ການ​ເຄື​ອ່ນ​ໄຫວ​ພົວພັນ​ຕິດ​ຕໍ່​ກັບ​ບັນດາ​ກຳລັງ Pakistan ​ເພື່ອ​ຫລຸດຜ່​ອນບັນດາ​ເຫດການ​ທີ່​ຄ້າຍຄື​ດັ່ງກ່າວ.

   ວັນ​ທີ 26/11 ຜ່ານ​ມາ, ​ເຮືອບິນ​ສູ້​ຮົບ ​ແລະ​ເຮືອບິນ​ແອ​ລີກ​ອບ​ແຕຂອງ NATO ​ໄດ້​ຖີ້ມລະ​ເບີດ​​ໃສ່​ເຂດ​ຊາຍ​ແດນ​ຂອງ Pakistan ຢູ່​ມໍ່​ກັບ​ເຂດ​ຊາຍ​ແດນ​ຕິດ​ກັບ Apghanixtan ເຮັດ​ໃຫ້​ທະຫານ Pakistan 24 ຄົນ​ເສຍ​ຊີວິດ​. ​ໃນ​ທັນທີ, Pakistan ​ໄດ້​ມີ​ປະຕິກິລິຍາ​ຢ່າງ​ຮ້າຍ​ແຮງ​ຕໍ່​ເຫດການ​ນີ້, ນັບ​ທັງ​ເລື່ອງ​ປິດ​ປະຕູ​ເຂ​ດຊາຍ​ແດນ​ລະຫວ່າງ Pakistan ​ແລະApghanixtan.

ຂ່າວ/ບົດ​ອື່ນ