PCAເຫັນດີພິພາກສາຄະດີຟີລິບປິນຮ້ອງຟ້ອງຈີນທີ່ກ່ຽວຂ້ອງເຖິງການຂັດແຍ້ງກັນຢູ່ທະເລຕາເວັນອອກ

PCAເຫັນດີພິພາກສາຄະດີຟີລິບປິນຮ້ອງຟ້ອງຈີນທີ່ກ່ຽວຂ້ອງເຖິງການຂັດແຍ້ງກັນຢູ່ທະເລຕາເວັນອອກ - ảnh 1
ສານ​ກຳມະການ​ປະຈຳ​ສະຫະ​ປະຊາ​ຊາດ (PCA)
(ພາບ:Rappler)

(vovworld) – ​ວັນ​ທີ 29/10, ສານ​ກຳມະການ​ປະຈຳ​ສະຫະ​ປະຊາ​ຊາດ (PCA) ມີ​ສຳນັກງານ​ຢູ່ La Hay ປະ​ເທດ ​ໂຮ​ນລັງ ​ໄດ້​ອອກ​ຄຳ​ຕັດສິນ​ວ່າ: ອົງ​ການ​ນີ້ມີ​ສິດ​ອຳນາດພຽງພໍ ​ເພື່​ອພິພາກສາ​ຄະດີ ຟີ​ລິບ​ປິນ ຮ້ອງຟ້ອງ ຈີນ ກ່ຽວຂ້ອງ​ເຖິງ​ບັນດາ​ເກາະ​ພວມຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ແຈ້ງ​ການ​ຂອງ PCA ​ໃຫ້​ຮູ້​ວ່າ: “​ໂດຍ​ຜ່ານ​ການ​ພິຈາລະນາ​ໃບ​ຮ້ອງຟ້ອງ​ຂອງ ຟີ​ລິບ​ປິນ, ສານ​ໄດ້​ປະຕິ​ເສດ​ການ​ອ້າງ​ຄາ​ລົມ” ຂອງ ຈີນທີ່ ຖື​ວ່າ: “ການ​ຂັດ​ແຍ້​ງກັນ​ດັ່ງກ່າວ ຄວາມ​ຈິງ​ແມ່ນ​ບັນຫາ​ອະທິປະ​ໄຕ​ສຳລັບ​ເກາະຕ່າງໆ​ຢູ່ທະ​ເລ​ຕາ​ເວັນ​ອອກ ​ແລະ ​ຍ້ອນ​ເຫດ​ນັ້ນ ຈຶ່ງບໍ່​ຂຶ້ນ​ກັບ​ສິດ​ອຳນາດສານ​ຂອງ PCA”. PCA ຖື​ວ່າ: ຄະດີຮ້ອງ​ຟ້ອງ ສ່ອງ​ແສງ​ເຖິງ “ການ​ຂັດ​ແຍ້​ງກັນ​ລະຫວ່າງ 2 ປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ອະທິບາຍ ​ແລະ ນຳ​ໃຊ້​ສົນທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS)” ​ແລະ ບັນຫາ​ນີ້​ຂຶ້ນ​ກັບ​ສິດ​ອຳນາດ​ຂອງ PCA.

        ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ທີ 22/7, ຈີນ ​ໄດ້​ຮຽກຮ້ອງ ຟີ​ລິບ​ປິນ ຖອນ​ສຳ​ເນົາ​ເອກະສານ​ຮ້ອງ​ຟ້ອງດັ່ງກ່າວ ​ແລະ ກັບ​ຄືນສູ່​ເຈລະຈາ 2 ຝ່າຍ.

ຂ່າວ/ບົດ​ອື່ນ