SEA Games 30: ທິມບານເຕະຍິງແຫ່ງຊາດຫວຽດນາມ ສະເໝີກັບທິມບານເຕະໄທ

(VOVWORLD) -ຜົນສຸດທ້າຍແມ່ນສະເໝີກັນ 1 – 1.
SEA Games 30: ທິມບານເຕະຍິງແຫ່ງຊາດຫວຽດນາມ ສະເໝີກັບທິມບານເຕະໄທ - ảnh 1(ພາບ: zing.vn)

ຕອນບ່າຍວັນທີ 26 ພະຈິກ, ທິມບານເຕະຍິງແຫ່ງຊາດຫວຽດນາມ ໄດ້ແຂ່ງຂັນນັດທຳອິດໃນສາຍ B ກິລາບານເຕະຍິງຢູ່ງານມະຫາກຳກິລາອາຊີ ຕາເວັນອອກສ່ຽງໃຕ້ ຄັ້ງທີ 30 (Sea games 30) ກັບທິມບານເຕະໄທ. ນີ້ໄດ້ຮັບຖືວ່າແມ່ນການແຂ່ງຂັນລະຫວ່າງ 2 ທິມບານເຕະແຖວໜ້າເພື່ອຂວ້າໄດ້ຫຼຽນຄຳໃນປະເພດກິລາບານເຕະຍິງຢູ່ Sea games 30. ນັກກິລາ ເຢືອງທິເວີນ ໄດ້ຍິງເຂົ້າປະຕູທິມໄທ ລຸກ 1 ໃນທ້າຍເຄິ່ງເວລາທີໜຶ່ງ. ຮອດນັດ 2 ດາງດາ ກໍ່ໄດ້ຍິງເຂົ້າປະຕູຫວຽດນາມ ລຸກ 1. ຜົນສຸດທ້າຍແມ່ນສະເໝີກັນ 1 – 1.

        ໃນການແຂ່ງຂັນທີນັດທີ 2 ຢູ່ສາຍ B, ຕອນບ່າຍວັນທີ 29 ພະຈິກ, ທິມກິລາບານເຕະຍິງຫວຽດນາມ ຈະແຂ່ງຂັນກັບທິມບານເຕະຍິງ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ