SEA Games 33 ຈະ​ດຳ​ເນີນ​ໃນ​ລະ​ດູ​ໜາວ

(VOVWORLD) - ອົງການກິລາ ໄທ (SAT) ໄດ້ມີຄຳເຊື້ອເຊີນທາງສືມວນຊົນທີ່ພວມເຮັດວຽກຢູ່ ກຳປູເຈຍ ໄປເຂົ້າຮ່ວມການຖະແຫຼງຂ່າວກ່ອນພິທີອັດ SEA Games ຄັ້ງທີ 32 ເພື່ອແນໃສ່ເລີ່ມແນະນຳກ່ຽວກັບ SEA Games ຄັ້ງທີ 33.

ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (SEA Games)ຄັ້ງທີ 33 ປີ 2025 ຈະຈັດຂຶ້ນໃນທ້າຍປີ ຢູ່ໄທ, ແທນທີ່ຈະຈັດຂຶ້ນໃນກາງປີຄື SEA Games ສອງຄັ້ງຜ່ານມາ ຢູ່ ຫວຽດນາມ ແລະ ກຳປູເຈຍ. ໄທຈະເປັນເຈົ້າພາບຈັດຕັ້ງ SEA Games 33 ໃນລະຫວ່າງວັນທີ 9 ຫາວັນທີ 20 ເດືອນທັນວາ ປີ 2025, ຢູ່ສາມສະຖານທີ່ ນັ້ນແມ່ນ ນະຄອນຫຼວງ ບາງກອກ, ແຂວງ ຈອນບູຣີ ແລະ ແຂວງສົງຂຣລາ.

ອົງການກິລາ ໄທ (SAT) ໄດ້ມີຄຳເຊື້ອເຊີນທາງສືມວນຊົນທີ່ພວມເຮັດວຽກຢູ່ ກຳປູເຈຍ ໄປເຂົ້າຮ່ວມການຖະແຫຼງຂ່າວກ່ອນພິທີອັດ SEA Games ຄັ້ງທີ 32 ເພື່ອແນໃສ່ເລີ່ມແນະນຳກ່ຽວກັບ SEA Games ຄັ້ງທີ 33. ໃນພິທີອັດ, ໜຶ່ງໃນບັນດາເຫດການສຳຄັນຈະແມ່ນປະເທດ ເຈົ້າພາບຈັດການ SEA Games 22 ມອບທຸງ ໃຫ້ແກ່ປະເທດເຈົ້າພາບທີ່ຈະຈັດຄັ້ງຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ