S&P: ດັດຊະນີ​​ຄວາມ​ໄວ້​ວາງ​ໃຈ​ແຫ່ງ​ຊາດ​ຂອງຫວຽດນາມ ຢູ່​ລະດັບ BB, ​​ແງ່​ຫວັງ​ມີ​ສະຖຽນລະ​ພາບ

(VOVWORLD) -ຫວຽດນາມສືບຕໍ່ຮັກສາລໍາດັບຄວາມໄວ້ວາງໃຈແຫ່ງຊາດ ຢູ່ໃນລະດັບ BB, ແງ່ຫວັງມີສະຖຽນລະພາບ.

        ກະຊວງການເງິນຫວຽດນາມ ໃຫ້ຮູ້ວ່າ ອົງການຈັດອັນດັບຄວາມໄວ້ວາງໃຈ S&P Global Ratings (S&P) ໄດ້ແຈ້ງໃຫ້ຊາບວ່າ ຫວຽດນາມສືບຕໍ່ຮັກສາລໍາດັບຄວາມໄວ້ວາງໃຈແຫ່ງຊາດ ຢູ່ໃນລະດັບ BB, ແງ່ຫວັງມີສະຖຽນລະພາບ. ເລື່ອງ ອົງການ S&P ປະກາດຕາຕະລາງຈັດອັນດັບຄວາມໄວ້ວາງໃຈແຫ່ງຊາດຂອງຫວຽດນາມ ຢູ່ລະດັບ BB ໄດ້ສ່ອງແສງໃຫ້ເຫັນການຕີລາຄາຂອງອົງການນີ້ ກ່ຽວກັບຄວາມສາມາດບົ່ມຊ້ອນຟື້ນຟູຢ່າງແຮງຂອງພື້ນຖານເສດຖະກິດຂອງຫວຽດນາມ ພາຍຫຼັງໂລກລະບາດໂຄວິດ - 19. ອົງການນີ້ ໃຫ້ຂໍ້ສັງເກດວ່າ ຜົນງານການເຕີບໂຕຢ່າງໝັ້ນຄົງຂອງຫວຽດນາມໃນຊຸມປີຜ່ານມາ ຈະສືບຕໍ່ໜູນຊ່ວຍໃຫ້ແກ່ການຮັກສາລະດັບຄວາມໄວ້ວາງໃຈແຫ່ງຊາດຂອງຫວຽດນາມ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຂໍ້ສັງເກດທີ່ວ່າ ພື້ນຖານເສດຖະກິດຂອງຫວຽດນາມ ຈະຟື້ນຟູຢ່າງວ່ອງໄວ ແລະ ດຸ່ນດ່ຽງ ເມື່ອໂລກລະບາດໄດ້ຮັບການຄວບຄຸມໃນທົ່ວໂລກ, ດ້ວຍຂົງເຂດການສົ່ງອອກ ແລະ ຄວາມຕ້ອງການພາຍໃນ ແມ່ນກໍາລັງໜູນເຕີບໂຕຕົ້ນຕໍ ຊ່ວຍໃຫ້ການຄາດຄະເນລະດັບການເຕີບໂຕຂອງຫວຽດນາມຈະສູງກວ່າ ລະດັບສະເລ່ຍຂອງບັນດາປະເທດທີ່ມີລະດັບຄວາມໄວ້ວາງໃຈຂັ້ນດຽວກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ