Sydneyຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງຫລາຍປະເທດອາຊີ

Sydneyຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງຫລາຍປະເທດອາຊີ - ảnh 1
ໂຮງ​ລະ​ຄອນ Opera ໃນ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່
ຂອງ​ບັນ​ດາ​ປະ​ເທດ ອາ​ຊີ
ພາບ:reuters

(vovworld)- ຕອນ​ຄ່ຳ​ວັນ​ທີ 27/1, ໂຮງ​ລະ​ຄອນ Opera ຊື່ງ​ແມ່​ນ​ສັນ​ຍາ​ລັກ​ຂອງ​ນະ​ຄອນ Sydney ປະ​ເທດ ອົດ​ສະ​ຕາ​ລີ ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ສີ​ແດງ, ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໂຊກ​ດີ, ຄວາມ​ວັດ​ທະ​ນາ​ຖາ​ວອນ ພ້ອມ​ດ້ວຍ​ບັນ​ດາ​ລາຍ​ການ​ສະ​ແດງ​ຢູ່​ທ້ອງ​ຖະ​ຫນົນ​ທີ່​ເຕັມ​ໄປ​ດ້ວຍ​ສ​ີ​ສັນ​ຫລາກ​ລາຍ. ມີ​ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ໄດ​້​ເຕົ້າ​ໂຮມ​ຢູ່​ອ້ອມ​ແອ້ມ​ເຂດ Circular Quay ເພື່ອ​ຊົມ​ບັນ​ດາ​ລາຍ​ການ​ຟ້ອນ​ສິງ​ໂຕ, ການ​ຍິງບັ້ງ​ໄຟ​ດອກ​ຂະ​ຫນາດ​ໃຫຍ່​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ປີ​ໃຫມ່​ປີ​ລະ​ກາ. ທ່ານ​ນາງ Clover Moore, ເຈົ້າ​ຄອງ​ນະ​ຄອນ Sydney ສະ​ແດງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ເມື່ອ Sydney ມີ​ກາ​ລະ​ໂອ​ກາດ​ໄດ້​ຈັດ​ຕັ້ງ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອບ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ໃຫຍ່​ສຸດ​ຢູ່ ອາ​ຊີ. ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ປີ​ໃຫມ່​ປະ​ຈຳ​ຊາດ​ປີ​ລະ​ກາ ຢູ່ Sydney ດຳ​ເນີນ​ໄປ​ແຕ່​ວັນ​ທີ 27/1-12/2, ໃນ​ນັ້ນ ລວມ​ມີ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫລາຍ​ຢ່າງ ຄື: ຕະ​ຫລາດ​ມືດ ແລະ ຊ່ວງ​ເຮືອ. ຄາດ​ວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ນະ​ຄອນນີ້ ກວ່າ 1 ລ້ານ​ຄົນ. 


ຕອບກັບ

ຂ່າວ/ບົດ​ອື່ນ