Taliban ບຸກໂຈມຕີ Afghanixtan

Taliban ບຸກໂຈມຕີ Afghanixtan - ảnh 1

(ພາບ:vnexpress.net)

( vovworld ) – ວັນ​ທີ 15/4,​ ພວກວາງ​ລະ​ເບີດ​ສະຫຼະ​ຊີບ ​ໄດ້​ປະຕິບັດ​ການ​ບຸກ​ໂຈມ​ຕີ​ຄັ້ງຕ່າງໆຢ່າງ​ລຽນຕິດ​ໃນ​ທົ່ວ​ເຂດ​ດິນ​ແດນ Afghanixtan ຊື່​ງ​ແມ່ນການ​ກະທຳ​ທີ່​ໂຄ​ສົກ​ຂອງ​ພວກ​ກະບົດ Taliban ປະກາດ​ວ່າ “​ເປັນ​ຂີດ​ໝາຍ​ແຫ່ງ​ການ​ເປີດ​ສາກ​ບັ້ນຮົບ​ລະດູບານ​ໃໝ່“ ຂອງ​ກຳລັງ​ນີ້. ທີ່​ນະຄອນຫຼວງ Kabul, ສຽງ​ປືນ ​ແລະ ສຽງ​ລະ​ເບີດ​ແຕກ​​​ໄດ້ດັ່ງ​ກ້ອງ​ກັງວານຢູ່​ມໍ່​ກັບ​ເຂດ​ຕັ້ງ​ສະຖານທູດ​ອາ​ເມ​ລິ​ກາ, ອັງກິດ, ​ເຢຍລະ​ມັນ ​ແລະ ອີຣານ ກໍ​ຄື​ຫຼາຍ​ອົງການ​ຂອງ​ສະຫະ​ຫະຊາ​ຊາດ, ອົງການ​ NATO….ບັນດາ​ມື​ປືນ​ກໍ​ໄດ້​ຍຶດ​ເອົາ​ຕຶກ​ອາຄານ​ແຫ່ງ​ໜື່ງ ​ແລະ ບຸກ​ໂຈມ​ຕີ​ສຳນັກງານ​ສະພາ​ແຫ່ງ​ຊາດ ກ່ອນ​ທີ່​ຖືກ​ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ Afghanixtan ຍູ້​ໃຫ້​ຖອຍ​ໄປ. ຢູ່​ນອກ​ນະຄອນຫຼວງ, ບັນດາ​ມື​ປືນ Taliban ​ໄດ້ບຸກ​ໂຈມ​ຕີ​ສຳນັກງານ​ລັດຖະບານ​ຢູ່​ແຂວງ Logar, ສະໜາ​ບິນ​ຢູ່ Jalalabad ​ແລະ ປ້ອມ​ຕຳຫຼວດ​ແຫ່ງ 1 ຢູ່​​ເທດສະບານ​ເມືອງ Gardez ຂຶ້ນ​ກັບ​ແຂວງ  Paktya. ບັນດາ​ສະຖານທູດ​ເຢຍລະ​ມັນ, ຍີ່ປຸ່ນ, ລັດ​ເຊຍ ຖືກ​ບຸກ​​ໂຈມ​ຕີ ​ແຕ່​ບໍ່​ມີ​ຜູ້​​ໃດຖືກ​ບາດ​ເຈັບ​ລົ້ມຕາຍ. ບັນດາ​ກຳລັງ ​Afghanixtan ໄດ້ສວມ​ບົດບາດ​​ຕົ້ນຕໍ​ໃນ​ການ​ຕ້ານ​ຄືນ​ການ​ບຸກ​ໂຈມ​ຕີຄັ້ງຕ່າງໆ ທີ່​ຫາ​ກໍ່​ເກີດ​ຂຶ້ນ ​ແຕ່​ເລື່ອງ​ພວກ​​ກະບົດ​ອາດ​ຈະ​ບຸກ​ໂຈມ​ຕີນະຄອນຫຼວງ Kabul ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ນີ້.

 

 

 


ຂ່າວ/ບົດ​ອື່ນ