TimorLesteມີນາຍົກລັດຖະມົນຕີຄົນໃໝ່

TimorLesteມີນາຍົກລັດຖະມົນຕີຄົນໃໝ່ - ảnh 1

(vovworld) - ວັນ​ທີ 10/2, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Timor Leste Taur Matan Ruak ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ​້​ຕົກ​ລົງ​ຂອງ​ພັກ​ການ​ເມືອ​ງ​ອັນ​ດັບ​ໜຶ່ງ​ຂອງ​ປະ​ເທດນີ້, ພັກ ຄອງ​ເກດກໍ່​ສ້າງ Timor Leste ຄືນ​ໃໝ່ (CNRT), ໄດ້​ບົ່ງ​ຕົວ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງສາ​ທາ​ລະ​ນະ​ສ​ຸກ Rui Araujo ເປັ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່, ແທນ​ໃຫ້​ທ່ານ Xanana Gusmao ລາ​ອອກ​ຈາ​ກ​ຕຳ​ແໜ່ງ​ໃນ​ວັນ​ທີ 6/2. ຄາດ​ວ່າ, ລັດ​ຖະ​ບານ​ຊຸດ​ໃໝ່​ອາດ​ຈະ​​ຮັບດຳ​ລົງ​ຕຳ​ແໜ່ງ​ໃນ​ທ້າຍ​ປີນີ້.

        ທ່ານ Araujo ອາ​ຍຸ 51 ປີ, ຮັ​ບ​ດຳ​ລົງ​ຕຳ​ແໜ່ງ​​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງສາ​ທາ​ລະ​ນະ​ສ​ຸກ ໄລ​ຍະ 2001 – 2007 ແລະ ປະ​ຈຸ​ບັນ​ແມ່ນຜູ້​ທີ່​ປຶກ​ສາ​ນະ​ໂຍ​ບາຍ​ໃຫ້​ກະ​ຊວງ​ການ​ເງິນ. ທ່ານກໍ່​ແມ່ນ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ຂອງ​ພັກ​ຝ່າຍ​ຄ້ານ ແນວ​ໂຮມ​ປະ​ຕິ​ວັດ​ເພື່ອ Timor Leste ເອ​ກະ​ລາດ (FRETILIN).


ຂ່າວ/ບົດ​ອື່ນ