Trungnam Group ແມ່ນນັກລົງທຶນອັນດັບ 1 ໃນຂົງເຂດພະລັງງານສະອາດຢູ່ ຫວຽດນາມ

(VOVWORLD) -ສະພາວິທະຍາສາດວາລະສານພະລັງງານ ຫວຽດນາມ ໄດ້ປະກາດຕາຕະລາງຈັດອັນດັບ Top 10 ວິສາຫະກິດນຳໜ້າກ່ຽວກັບພະລັງງານສະອາດ. ຕາມການປະກາດນີ້, Trungnam Group ແມ່ນນັກລົງທຶນອັນດັບທີ 1 ໃນຂົງເຂດພະລັງງານສະອາດຢູ່ ຫວຽດນາມ. 
Trungnam Group ແມ່ນນັກລົງທຶນອັນດັບ 1 ໃນຂົງເຂດພະລັງງານສະອາດຢູ່ ຫວຽດນາມ - ảnh 1 Trungnam Group ແມ່ນນັກລົງທຶນອັນດັບ 1 ໃນຂົງເຂດພະລັງງານສະອາດຢູ່ ຫວຽດນາມ

ຢືນອັນດັບທີ 2 ແມ່ນບໍລິສັດຫຸ້ນສ່ວນພະລັງງານ ເຢົ່າຕ໊ຽງ, ຢືນອັນດັບທີ 3 ແມ່ນບໍລິສັດຫຸ້ນສ່ວນກຸ່ມບໍລິສັດ ເຈື່ອງແທັງ ຫວຽດນາມ (TTVN Group), ຢືນອັນດັບທີ 4 ແມ່ນກຸ່ມບໍລິສັດ TTC…ປີ 2019 ແມ່ນປີພົ້ນເດັ່ນຂອງຂະແໜງພະລັງງານຜະລິດຄືນໃໝ່ ເຊິ່ງຕົ້ນຕໍແມ່ນພະລັງງານໄຟຟ້າແຮງລົມ ແລະ ພະລັງງານໄຟຟ້າແສງຕາເວັນ ຍ້ອນອີງໃສ່ບັນດານະໂຍບາຍບຸລິມະສິດຂອງລັດຖະບານ ຫວຽດນາມ. ໄລ່ຮອດເດືອນ ມິຖຸນາ 2019, ທົ່ວປະເທດມີໂຄງການພະລັງງານຜະລິດຄືນໃໝ່ 98 ໂຄງການດ້ວຍຍອດກຳລັງການຜະລິດ 4.880 MW.

ຕອບກັບ

ຂ່າວ/ບົດ​ອື່ນ