U23 ຫວຽດນາມ ເປັນຄັ້ງທຳອິດໄດ້ເຂົ້າຮອບຮອງຊະນະເລີດ U23 ອາຊີ 2018

(VOVWORLD) -  ພາຍຫຼັງທິມບານເຕະ U23 ແຫ່ງຊາດ ຫວຽດນາມ ໄດ້ຮັບໄຊຊະນະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີຈົດໝາຍອວຍພອນທິມບານເຕະ U23 ຫວຽດນາມ ທີ່ໄດ້ລອດເຂົ້າຮອບຮອງຊະນະເລີດຂອງການແຂ່ງຂັນລະດັບທະວີບດັ່ງກ່າວ.

ທິມບານເຕະ U23 ຫວຽດນາມ ສ້າງຄວາມສຳເລັດຢ່າງມະຫັດສະຈັນທີ່ການແຂ່ງຂັນ ບານເຕະ U23 ທະວີບອາຊີ ເມື່ອຍາດໄດ້ໝາກຜົນສະເໝີກັນ 0 – 0 ກັບ U23 ຊີຣີ ໃນນັດແຂ່ງຂັນທີ່ດຳເນີນໃນຕອນຄ່ຳວັນທີ 17 ມັງກອນ, ໃນການແຂ່ງຂັນສຸດທ້າຍຂອງກຸ່ມ D, ຜ່ານນັ້ນ ຍາດໄດ້ສິດເຂົ້າໄປເຕະໃນຮອບຮອງຊະນະເລີດການແຂ່ງຂັນບານເຕະ U23 ອາຊີ 2018. ໃນຮອບຮອງຊະນະເລີດຈະດຳເນີນໃນວັນທີ 20 ມັງກອນຈະມາເຖິງ, ຫວຽດນາມ ຈະແຂ່ງຂັນກັບ U23 ອີຣັກ.

        ພາຍຫຼັງທິມບານເຕະ U23 ແຫ່ງຊາດ ຫວຽດນາມ ໄດ້ຮັບໄຊຊະນະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີຈົດໝາຍອວຍພອນທິມບານເຕະ U23 ຫວຽດນາມ ທີ່ໄດ້ລອດເຂົ້າຮອບຮອງຊະນະເລີດຂອງການແຂ່ງຂັນລະດັບທະວີບດັ່ງກ່າວ.

        ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ໄຊຊະນະຂອງທິມ U23 ຫວຽດນາມ ໄດ້ນຳມາເຊິ່ງຄວາມເອກອ້າງທະນົງໃຈໃຫ້ແກ່ປະເທດຊາດ, ໃຫ້ຜູ້ນິຍົມບານເຕະໃນທົ່ວປະເທດ, ສະແດງໃຫ້ເຫັນມານະຈິດ ແລະ ເຈດຈຳນົງບືນຕົວຂຶ້ນຢ່າງແຮງຂອງລຸ້ນໜຸ່ມ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຊົມເຊີຍໝູ່ຄະນະທິມບານເຕະ U23 ຫວຽດນາມ, ພິເສດແມ່ນຄູ່ຝຶກຊາວ ສ. ເກົາຫຼີ Park Hang – seo, ພ້ອມທັງຫວັງວ່າທົ່ວຄະນະສືບຕໍ່ຍົກສູງນ້ຳໃຈສາມັກຄີ, ມີລະບຽບວິໄນ, ມີຄວາມມານະພະຍາຍາມຝຶກແອບ, ຕັດສິນໃຈແຂ່ງຂັນຍາດໄດ້ຫຼາຍຜົນງານຕື່ມອີກ, ເພື່ອກຽດສັກສີຂອງປະເທດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ