UNDPສຸມໃສ່ເຂົ້າໃນບັນດາບຸລິມະສິດພັດທະນາຢູ່ອາຊີ-ປາຊີຟິກ

UNDPສຸມໃສ່ເຂົ້າໃນບັນດາບຸລິມະສິດພັດທະນາຢູ່ອາຊີ-ປາຊີຟິກ - ảnh 1
ພາບປະກອບ

(vovworld) – ຜູ້ອຳນວຍການ​ໃຫຍ່​​ອົງການ​​ສະຫະ​ປະຊາ​ຊາດ​ເພື່ອ​ການພັດທະນາ (UNDP), ທ່ານ​ນາງ Helen Clark ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 6 – 10/11 ​ເພື່ອ​ເຮັດ​ວຽກ​ກັບ​ບັນດາ​ພະນັກງານ ສປຊ ​ແລະ ການ​ນຳ​ລັດຖະບານ​ ຫວຽດນາມ ກ່ຽວ​ກັບ​ບົດບາດ​ຂອງ ສປຊ ຢູ່ ​ຫວຽດນາມ, ພ້ອມ​ທັງຊຸກຍູ້​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັ​ດບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ຫວັດ, ໜູນ​ຊ່ວຍ​ຍຸດ​ທະ​ສາດ​ເຕີບ​ໂຕ​ຂຽວ​ຢູ່ ຫວຽດນາມ.​.​.​ ຄາດ​ວ່າ, ​ໃນ​ຂອບ​ເຂດການ​ຢ້ຽມຢາມ​, ທ່ານ​ນາງ Helen Clark ມີ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ສປຊ ​ເພື່ອ​ຕີ​ລາຄາ​ກ່ຽວກັບ​ການ​ໃຫ້ບຸລິມະ​ສິດ​ຂອງ​ອົງການ​ນີ້​ຢູ່ພາກ​ພື້ນ ອາຊີ - ປາຊີ​ຟິກ. ບົນ​ຖານະ​ຕຳ​ແໜ່​ງ​ແມ່ນ​ປະທານ​ຂອງ​ກຸ່ມ​ພັດທະນາ ​ສປຊ (UNDG), ທ່ານ​ນາງ Helen Clark  ຈະ​ເຂົ້າ​ຮ່ວມ​ຂອງ​ປະຊຸມ UNDG ອາຊີ - ປາຊີ​ຟິກ ກັບ​ບັນ​ດາ​ຜູ້ອຳນວຍການ​ໃຫຍ່​ພາກ​ພື້ນ ອາຊີ​ຂອງ​ບັນດາ​ອົງການ​ ສປຊ. ກອງ​ປະຊຸມ​ປຶກສາ​ຫາລື​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ​ຂໍ້​ລິ​ເລີ່​ມ​ເປັນ​ເອກ​ະພາບ​ການ​ເຄື່ອນ​ໄຫວ, ​ໃນ​ນັ້ນ​ບັນດາ​ອົງການ ສປຊ ຈະ​ເຄື່ອນ​ໄຫວ​​ເປັນ​ເອກະ​ພາບ​ກັນ, ປຶກສາ​ຫາລື​ກ່ຽວ​ກັບ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ຫຼັງ​ປີ 2015 ​ແລະ ຮູບ​​ແບບ​ລະດັບ​ຄວາມ​ຄີບ​ໜ້າ​ປະຕິບັ​ດ​ເພື່ອ​ບັນລຸ​ບັນດາ​ຈຸດໝາຍ​ສະຫັດ​ສະຫວັດ​​​ທົ່ວ​ພາກ​ພື້ນ​ໃນ​ປີ 2015. ​ໃນ​ຂອ​ບ​ເຂດການ​ຢ້ຽມຢາມ, ທ່ານ​ນາງ Helen Clark ຍັງຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກຸ່ມ​ພາກ​ພື້ນ​ປະຈຳ​ປີ​ຂອງ​ບັນດາ​ຫົວໜ້າ​ຜູ້ຕາງໜ້າ UNDP ​ໃນ​ທົ່ວ​ພາກ​ພື້ນ, ຊຸກຍູ້​ແຜນການ​ຍຸດ​ທະ​ສາດ 2014 – 2017 ຂອງ UNDP ຢູ່ ອາຊີ - ປາຊີ​ຟິກ

ຂ່າວ/ບົດ​ອື່ນ