UNESCO ສຳຫຼວດເຂດ ທັດສະນີຍະພາບ ຈ່າງອານ

UNESCO ສຳຫຼວດເຂດ ທັດສະນີຍະພາບ ຈ່າງອານ - ảnh 1

ເຂດ​ທັດສະນີຍະພາບຈ່າງ​ອານ

(ພາບ:congan.com.vn)

(vovworld)-​​​​​ແຕ່​ວັນ​ທີ 12-18/8, ຄະນະ​ຜູ້​ຊ່ຽວ​ຊານຂອງ​ອົງການ​ວັດທະນະທຳ-​ວິທະຍາສາດ-​ການ​ສຶກສາ​ຂອງ ສປຊ (UNESCO) ​ໄດ້​ໄປ​ສຳ​ຫຼວດຢູ່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຂຶ້ນ​ກັບ​ເຂດ​ທັດສະນີຍະພາບຈ່າງ​ອານ ​ແຂວງ​ນິງບີ່​ງ ​ເພື່ອ​ແນ​ໃສ່​ຄົ້ນຄ້ວາ, ກວດກາ​ກັບ​ທີ່​ສຳ​ເນົາ​ເອກະສານ​ຍື່ນ​ສະ​ເໜີ​ຕໍ່ ​UNESCO ເພື່ອຮັບຮອງ ເຂດ​ທັດສະນີຍະພາບຈ່າງ​ອານ ​ແມ່ນ​ມໍ​ລະ​ດົກ​ໂລກ. ຄະນະ​ສຳ​ຫຼວດ​ໄດ້​ສຸມ​ໃສ່​ບັນຫາ​ບູຮານ​ຄະດີ ​ແລະ ບັນດາ​ຄຸນຄ່າ​ດ້ານ​ວັດທະນະທຳ, ​​ເປັນຕົ້ນ​ແມ່ນ​ເຂດ​ຖ້ຳຈ່າງ​ອານ ທັງ​ໝົດ. ຖ້ຳນັບ​ສີ​ບ​ແຫ່ງ​ຢູ່​ຈ່າງ​ອານ ມີ​ບັນດາ​ຮ່ອງຮອຍ​ບູຮານ​ຄະດີ​ກ່ຽວ​ຂ້ອງ​ເຖິງ​ຊາວ​ຫວຽດບູຮານ. ພາຍ​ລັງ​ສິ້ນສຸດ​ການ​ສຳ​ຫຼວດ, ຄະນະ​ຜູ້​ຊ່ຽວ​ຊານ​ຈະ​ກວດກາ​ສຳ​ເນົາ​ເອກະສານ​ຢູ່​ກັບ​ທີ່, ຕີ​ລາຄາ, ສ້າງ​ບັນດາ​ຂອດ​ໃນ​ສຳ​ເນົາ​ເອກະສານ​ສຳ​ເລັດ ​ເພື່ອ​ໃຫ້​ອົງການ UNESCO ຮັບຮອງ​ເຂດ​ທັດສະນີຍະພາບ​ຈ່າງ​ອານ ​ແມ່ນ​ມໍລະດົກ​ໂລກ​ໃນ​ໄລຍະ​ເວລາ​ໄວ​ທີ່​ສຸດ​.

 

 

ຂ່າວ/ບົດ​ອື່ນ