USCDCສືບຕໍ່ໜູນຊ່ວຍຫວຽດນາມເຂົ້າຮ່ວມໂຄງການສາທາລະນະສຸກທົ່ວໂລກ

USCDCສືບຕໍ່ໜູນຊ່ວຍຫວຽດນາມເຂົ້າຮ່ວມໂຄງການສາທາລະນະສຸກທົ່ວໂລກ - ảnh 1
ການເຮັດວຽກລະຫວ່າງ 2 ຄະນະ
(ພາບ: VGP/ດິງນາມ)

(vovworld) –  ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່ ອາ​ເມ​ລິ​ກາ, ວັນ​ທີ 10/6 (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫວຽດນາມ ຫວູດຶກ​ດາມ ​ໄດ້​ໄປ​ຢ້ຽມຢາມ​ສູນ​ປ້ອງ​ກັນ​ພະຍາດ ​ແລະ ຄວມຄຸມ​​ໂລກ​ພະຍາດ ອາ​ເມ​ລິ​ກາ (USCDC). ທີ່​ການ​ເຮັດ​ວຽກກັບ​ ທ່ານ​ນາງ Anne Schuchat, ຮອງ​ຜູ້​ອຳນວຍ​ການ​ຜູ້​ປະຈຳການ USCDC, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ,  ຢັ້ງຢືນ​ວ່າ: ​ເຖິງ​ວ່າ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ ​ແຕ່​ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ກຳນົດ​ບຸລິມະສິດ​ລົງທຶນ​ໃຫ້​ວຽກ​ງານ​ສົ່ງ​ເສີມ​ສຸຂະພາບ​ຂອງ​ປະຊາຊົນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຫວຽດນາມ ຍັງ​ຕ້ອງການ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ຂອງ​ບັນດາ​ອົງການການ​ແພດ​ຄື USCDC ຍ້ອນ​ຫຼາຍ​ບັນຫາ​ສຸ​ຂະ​ພາບ​ບໍ່​ພຽງ​ແຕ່​ແມ່ນ​ບັນຫາ​ສະ​ເພາະຂ​ອງປະ​ເທດ​ໃດ​ໜຶ່ງ. ສ່ວນ​ທ່ານ​ນາງ Anne Schuchat ​ໃຫ້​ຮູ້​ວ່າ: USCDC ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ໂຄງການ​ສາທາລະນະ​ສຸກ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ ຫວຽດນາມ. ພ້ອມ​ກັນ​ນັ້ນ, USCDC ຈະ​ແບ່ງ​ປັນ​ບັນດາ​ບົດຮຽນ, ໜູນ​ຊ່ວຍ, ​ເປັນທີ່​ປຶກສາ ​ໃຫ້ ຫວຽດນາມ ​ໃນ​ການ​ຫັນປ່ຽນ​ຮູບ​ແບບ, ກົນ​ໄກ​ຈັດ​ຕັ້ງ​ຂອງ​ບັນດາ​ຫົວໜ່ວຍ​ການ​​ແພດປ້ອງ​ກັນ​ຂັ້ນ​​ແຂວງ, ​ເມືອງ ​ເພື່ອ​ສ້າງ​ຕັ້ງ​ກຳລັງ​ອາຊີບ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ການ​ແພດປ້ອງ​ກັນ, ກ່າວ​ເຕືອນ​ໂລກ​ລະບາດ, ຮັບ​ມື​ກັບ​ສະພາ​ວະສຸ​ກ​ເສີນ.


ຂ່າວ/ບົດ​ອື່ນ