VCCI ຈະສືບຕໍ່ຊຸກຍູ້ ການປົວແປງສະພາບແວດລ້ອມ ແຫ່ງການດຳເນີນ ທຸລະກິດຢູ່ຫວຽດນາມ

VCCI ຈະສືບຕໍ່ຊຸກຍູ້  ການປົວແປງສະພາບແວດລ້ອມ ແຫ່ງການດຳເນີນ  ທຸລະກິດຢູ່ຫວຽດນາມ - ảnh 1
ທ່ານຮ່ວາງວັນຢູງ ຮອງປະທານ VCCI
ພາບ:internet

(vovworld) - ຕອນ​ເຊົ້າ​ວັນ​ທີ 17/2 ຢູ່ ຮ່າ​ໂນ້ຍ, ຫ້ອງການ ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ ​ແລະ ຜັນ​ຂະຫຍາຍ​ທິດ​ທາງ​ການ​ເຄື່ອນ​ໄຫວ ປີ 2012. ​ໃນ​ປີ ຜ່ານ​ມາ, VCCI ​ໄດ້​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ມີ​ປະສິດທິ​ຜົນ ​ເພື່ອ​ຊຸກຍູ້, ປົວ​ແປງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ປະຕິ​ຮູບ​ລະບຽບ​ການ​ບໍລິຫານ ​ເພື່ອ​ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດ​ພັດທະນາ. ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສິມ​ການ​ຄ້າ ​ໄດ້​ຮັບ​ການ​ຍູ້​ແຮງ ​ໃນ​ປີ 2011, VCCI ຈັດ​ຕັ້ງ​ລາຍການ​ເຮັດ​ວຽກ​ໃຫ້​ແກ່ 400 ຄະນະ​ປະຕິບັດ​ງານ ດ້ວຍ​ນັກທຸລະກິດ​ຕ່າງປະ​ເທດ​ ມາຫວຽດນາມ​ເກືອບ 18.000 ​ເທື່ອຄົນ ​ເພີ່ມ​ຂຶ້ນ 20% ​ເມື່ອ​ທຽບ​ໃສ່​ປີ 2010 ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ຊອກ​ຫາ​ໄດ້ກາລະ​ໂອກາດ​ການ​ຮ່ວມ​ມື, ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ ຢູ່ ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ແຫ່ງ​ຢູ່​ໃນ​ໂລກ. ບັນດາ​ເວທີ​ປາ​​ໄສ​ນັກ​ທຸລະ​ກິດ, ສະພາ​ດຳ​ເນີນ​ທຸລະ​ກິດ ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ ​ໄດ້​ຮັບ​ກາ​ນຮັກສາ ​ແລະ ພັດທະນາ. ສ້າງ​ການ​ພົວພັນ​ຢ່າງ​ກົມ​ກຽວ ​ເປັນ​ປົກກະຕິ ​ແລະ ກ້າວຫນ້າ​ໃນ​ວິ​ສາ​ຫະກິດ ຜ່ານ​ການ​ເຂົ້າຮ່ວມ​ສ້າງ​ກົດໝາຍ​ກ່ຽວກັບ​ແຮງ​ງານ, ຫນູນ​ຊ່ວຍ​ສ້າງ​ສະຫະ​ສະມາຄົມ​ນັກທຸລະກິດ​ຢູ່​ເຂດ​ອຸດສາຫະກຳ​ຫລາຍ​ແຫ່ງ.

ທ່ານ ຮ່ວາງ​ວັນຢູງ ຮອງ​ປະທານ VCCI ​ໃຫ້​ຮູ້​ວ່າ: ​ໃນ​ປີ 2012 VCCI ຍູ້​ແຮງ​ຫນ້າ​ທ່ີ​ຫນູນ​ຊ່ວຍ, ​ຮ່ວມ​ສຳພັນ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສະຫະ​ສະມາ​ຄົມ​ນັກ​ທຸລະ​ກິດ, ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ປະຕິບັດ​ການ​ສ້າງ​ອົງ​ປະກອບ​ຄືນ​ໃຫມ່, ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ໃນ​ການ​ຜ່ານ​ຜ່າ​ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າ, ຍູ້​ແຮງ​ການ​ສ່ົງ​ອອກ, ຕ້ານ​ການ​ຂາຍ​ບຸບ​ລາຄາ. ທ່ານ ຢູງ ​ເວົ້າ​ວ່າ:

        “VCCI ຈະ​ສືບ​ຕໍ່​ປົວ​​ແປງ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້ ການ​ປົວ​ແປງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ພິ​ເສດ ​ແມ່ນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ບັນດາ​ທ້ອງ​ຖິ່ນ ຜ່ານ​ການ​ເຄື່ອນ​ໄຫວ​ສ້າງ ​ແລະ ປະກອບ​ຄຳ​ເຫັນ​ໃສ່​ນະ​ໂຍບາຍ. ຍົກ​ສູງ ​ແລະ ຫັນ​ບັນດາ​ການ​ສຳ​ຫລວດການ​ກະທຳ​ຂອງ​ວິ​ສາ​ຫະກິດ​ເປັນ​ປະຈຳ ​ເພື່ອ​ສ້າງ​ເຄື່ອງມື​ປຽບທຽບ​ສຳຄັນ​ໃຫ​້​ແກ່​ລັດຖະບານ.”

ຂ່າວ/ບົດ​ອື່ນ