Venezuela ສະເໜີໃຫ້ ອາເມລິກາ ສ້າງຕັ້ງສາຍ ພົວພັນໂດຍຄວາມເຄົາລົບເຊິ່ງກັນ ແລະ ກັນ

Venezuela ສະເໜີໃຫ້ ອາເມລິກາ ສ້າງຕັ້ງສາຍ ພົວພັນໂດຍຄວາມເຄົາລົບເຊິ່ງກັນ ແລະ ກັນ - ảnh 1
ທ່ານ​ປະທານາທິບໍດີ Venezuela, Nicolas Maduro
(ພາບ: AFP/TTXVN)


(vovworld) – Venezuela ສະ​ເໜີ​ໃຫ້​ອາ​ເມ​ລິ​ກາ ສ້າງ​ຕັ້ງ​ການ​ພົວພັນ​​ໂດຍ​ຄວາມເຄົາລົບ​ເຊິ່ງກັນ ​ແລະ ກັນ. ນີ້​ແມ່ນ​ຄຳ​ສະ​ເໜີ​ຂອງ​ທ່ານ​ປະທານາທິບໍດີ Venezuela, Nicolas Maduro ທີ່​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Joe Binden ຢູ່​ນອກ​ພິທີ​ສະບາ​ນຕົວດຳລົງ​ຕຳ​ແໜ່​ງຂອງ​ທ່ານ​ປະທານາທິບໍດີ​ບຣາຊິນ Dilma Rousseff, ​ໃນ​ວັນ​ທີ 02/01. ການ​ພົບ​ປະ​ດຳ​ເນີນ​ໄປຢູ່​ນະຄອນຫຼວງ Brassilia ຂອງ​ບຣາຊິນ ນີ້​ແມ່ນ​ການ​ພົບ​ປະ​ຂັ້ນ​ສູງ​ຄັ້ງ​ທຳ​ອິດ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ Venezuela​ ນັບ​ແຕ່​​ເວລາ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ລົງ​ນາມ​ໃນ​ກົດໝາຍ​ແນ​ໃສ່​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ບັນດາ​ເຈົ້າ​ໜ້າ​ທີ່ Caracas ​ເຊິ່ງວໍ​ຊິງ​ເຕັນ ຖື​ວ່າ​ໄດ້​ລະ​​ເມີດ​ສິດທິ​ມະນຸດ ຍ້ອນ​ປາບ​ປາມ​ຜູ້​ແຫ່ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຢູ່ Venezuela ​ເມື່ອ​ເດືອນ 12/2014.

ຂ່າວ/ບົດ​ອື່ນ