Vesak 2014 ກາລະໂອກາດຮັດແໜ້ນ ຄວາມສາມັກຄີ, ມິດຕະພາບກວ່າອີກ

Vesak 2014 ກາລະໂອກາດຮັດແໜ້ນ ຄວາມສາມັກຄີ, ມິດຕະພາບກວ່າອີກ - ảnh 1
ວັນ​ບຸນ Vesak 2014
(ພາບ: TTXVN)


(vovworld) –  ຕອນ​ເຊົ້າ​ວັນ​ທີ 08/05, ວັນ​ບຸນ​ວິສາຂະບູຊາ​ສະຫະ​ປະຊາ​ຊາດ (Vesak) 2014 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ຢູ່​ວັດ​ບ້າຍດິ໋ງ, ​ແຂວງ​ນິງບິ່ງ. ​ເຂົ້າ​ຮ່ວມ​ວັນ​ບຸນມີ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ຜູ້ຕາງໜ້າ​ບັນດາ​ຄະນະ, ຂະ​ແໜງ​ການ, ບັນດາ​ອົງການ​ສາກົນ, ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ບັນດາ​ສະມາຄົມສາສະໜາ, ນິກາຍ​ພຸດທະສາ​ສະ​ໜາ, ​ທູດ​ຂອງ 95 ປະ​ເທດ ​ແລະ ​ເຂດ​ແຂວ້ນ ປະມານ 1.500 ຄົນ. ມີ​ປະ​ພຸດທະສາສະນິກກະ​ຊົນ ພ້ອມ​ກັບ​ປະຊາຊົນ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ​ປະທານ 10.000 ຄົນ​ເຂົ້າ​ຮ່ວມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽນຊິງ​ຮຸ່ງ ​ເຊື່ອ​ໝັ້ນ​ວ່າ, ວັນ​ບຸນ​ແມ່ນ​ກາລະ​ໂອກາດ​​ເພື່ອຮັດ​​ແໜ້ນ​ຄວາມ​ສາມັກຄີ, ມິດຕະພາບ, ຄວາມ​ສະ​ນິດຕິດ​ພັນ​ກັນກ່ວາ​ອີກ ​ເພື່ອພ້ອມ​ກັນ​ສ້າງ​ສັງຄົມ​​ໃຫ້​ດີງາມ​ກວ່າ, ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ, ​ເຮັດ​ໃຫ້ມະນຸດ​ກ້າວ​ໄປ​ມີ​ຊີວິດ​​ເບີກ​ບານ​ມ່ວນ​ຊື່ນ ​ແລະ ມີ​ຄວາມຜາ​ສຸກ.  ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽນຊິງ​ຮຸ່ງ ຢືນຢັນ​ວ່າ:

ວັນ​ບຸນ​ວິສາຂະບູຊາ ສປຊ 2014 ຖືກ​ຈັດ​ຂຶ້ນຢູ່​ຫວຽດນາມ ຊື່​ງ​ແມ່ນ​ປະ​ເທດ​ມີ​ຫຼາຍ​ສາສະໜາ​ ​ແລະ ສາສະໜາ​ພຸດ​ໄດ້​ມີໜ້າ​ຢູ່​ທີ່​ນີ້​ເກືອບ 2000 ​ແລ້ວ. ​ໃນ​ໄລຍະ​ແຫ່ງ​ປະຫວັດສາດ​ຂອງ​ຊາດ, ຍາມ​ໃດ​ສາສະໜາ​ພຸດ​ກໍ່​ຕິດ​ພັນ ​ແລະ ຮ່ວມ​ເດີນທາງ​ພ້ອມ​ກັບ​ຊາດ​ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ແຈ້ງ​ທິດ​ນຳ​ ສາສະໜາຕິດ​ພັນ​​ກັບຊີວິດ, ສູ້​ຊົນ​ເພື່ອ​ຈຸດໝາຍ​ເອກະລາດ​ແຫ່ງ​ຊາດ, ​ເສລີພາບ, ຜາ​ສຸກ, ສະຫງົບ​ສຸກ​ໃຫ້​ແກ່​ມະນຸດ

  ພະ​​ມະຫາອາຈານ ທິ໋ກ​ແທງ​ຍ້ຽວ, ຮອງ​ປະທານ​ຜູ້​ປະຈຳການ​ສະພາ​ບໍລິຫານງານ​ສູນ​ກາງສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “ປີ 2014 ວັນ​ບຸນ Vesak ​ຖືກຈັດ​ຂຶ້ນ​ຢູ່​ວັດ​ບ້າຍດິ໋ງ, ​ແຂວງ​ນິງບິ່ງ, ​​ເຊິ່ງ​ແມ່ນ​ກຸ່ມ​ເຂດ​ວັດວາອາ​ຮາມ. ​ໂດຍ​​ຕ່າງ​ກັບ​ປີ 2008, ປີ 2014 ​ນີ້​ມີ​ບ່ອນ​ດຳ​ເນີນ​ພິທີ​ສວດ​ມົນ​ບູ​ຊາພາວະນາ​ໃຫ້ປະ​ເທດ​ຊາດ​ມີ​ຄວາມ​ສະຫງົບ, ປະຊາຊົນ​ມີ​ຄວາມ​ຜາ​ສຸກ.  ຢູ່​ທີ່​ນີ້​ຍັງ​ມີ​ຄັນ​ທຸງ​ຂອງ​ປະ​ເທດຕ່າງໆ ​ແລະ ​​ບັນດາ​ພະ​ມະຫາອາຈານ​ ທີ່​ມາ​ຈາກປະ​ເທດຕ່າງໆ ນັ່ງ​ຢູ່​ນັ້ນ​ເພື່ອ​ດຳ​ເນີນ​ພິທີ​. ນີ້​ແມ່ນ​ສິ່ງພິ​ເສດ”.

        ​ໃນ​ຂອບ​ເຂດວັນ​ບຸນ Vesak 2014 ຈະ​ມີ​ກອງ​ປະຊຸ​ມສຳ​ມະ​ນາ​ 5 ຄັ້ງ​ທີ່​ກ່ຽວຂ້ອງ​ເຖິງ​ຫົວ​ຂໍ້ “ສາສະໜາ​ພຸດ​ປະກອບສ່ວນ​ປະຕິບັດ​ບັນດາ​​ເປົ້າໝາຍ​ສະຫັດ​ສະວັດ” ຢືນຢັນ​ຈິດ​ໃຈ​ຂອງ​ພຸດທະ​ສາສະໜາ ທີ່​ມີ​ຕໍ່​ບັນດາ​ບັນຫາ​ຂອງ​ມວນ​ມະນຸດ​ຄື​: ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ການພັດທະນາ​ຢ່າງ​ໝັ້ນຄົງ…

ຂ່າວ/ບົດ​ອື່ນ