ຫວຽດ​ນາມ - ໂຮນ​ລັງ ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ຕ້ານ​ການ​ທໍ​ລະ​ມານ

(VOVWORLD) - ຫວຽດນາມ ຍາມໃດກໍຖືການປະຕິບັດສົນທິສັນຍາຂອງ ສປຊ ວ່າດ້ວຍການຕ້ານການທໍລະມານ ແລະ ບັນດາຮູບແບບການປະພຶດ ຫຼື ລົງໂທດທີ່ໂຫດຫ້ຽມ, ໄຮ້ມະນຸດສະທຳ ຫຼື ລັງກຽດ (ເອີ້ນຫຍໍ້ວ່າ ສົນທິສັນຍາວ່າດ້ວຍການຕ້ານການທໍລະມານ) ເປັນສຳຄັນ.
ຫວຽດ​ນາມ - ໂຮນ​ລັງ ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ຕ້ານ​ການ​ທໍ​ລະ​ມານ - ảnh 1ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເລກວັກຮຸ່ງ ແລະ ທ່ານ Kees Van Baar, ເອກອັກຄະລັດຖະທູດ ລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ (ພາບ: VOV)

ວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Kees Van Baar, ເອກອັກຄະລັດຖະທູດ ລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເລກວັກຮຸ່ງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປະຕິບັດສົນທິສັນຍາຂອງ ສປຊ ວ່າດ້ວຍການຕ້ານການທໍລະມານ ແລະ ບັນດາຮູບແບບການປະພຶດ ຫຼື ລົງໂທດທີ່ໂຫດຫ້ຽມ, ໄຮ້ມະນຸດສະທຳ ຫຼື ລັງກຽດ (ເອີ້ນຫຍໍ້ວ່າ ສົນທິສັນຍາວ່າດ້ວຍການຕ້ານການທໍລະມານ) ເປັນສຳຄັນ. ທ່ານຮອງລັດຖະມົນຕີ ເລກວັກຮຸ່ງ ໃຫ້ຮູ້ວ່າ ກະຊວງ ຕຳຫຼວດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ໂຮນລັງ ໄດ້ຜັນຂະຫຍາຍໂຄງການຮ່ວມມືຜັນຂະຫຍາຍສົນທິສັນຍາຕ້ານການທໍລະມານ ໄລຍະ 2015 – 2017 ແລະ ໄລຍະ 2018 – 2020 ຢ່າງມີປະສິດທິຜົນ. ການປະຕິບັດບັນດາໂຄງການຮ່ວມມືນັ້ນໄດ້ບັນລຸໝາກຜົນທີ່ດີ, ການບຳລຸງກໍ່ສ້າງ ແລະ ຍົກສູງສະຕິຄວາມຮັບຮູ້ໃຫ້ພະນັກງານຂອງບັນດາກະຊວງ, ຂະແໜງການຈຳນວນຫຼາຍ ກ່ຽວກັບການເຄົາລົບ ແລະ ປົກປ້ອງສິດຂອງເປົ້າໝາຍທີ່ມີຄວາມສ່ຽງຖືກທໍລະມານ, ບັງຄັບໃຫ້ຮັບສາລະພາບ, ທໍລະມານກາຍ.

       ທ່ານຮອງລັດຖະມົນຕີ ເລກວັກຮຸ່ງ ແລະ ທ່ານ Kees Van Baar, ເອກອັກຄະລັດຖະທູດ ໂຮນລັງ ປະຈຳ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຜັນຂະຫຍາຍໂຄງການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ໂຮນລັງ ກ່ຽວກັບສົນທິສັນຍາຕ້ານການທໍລະມານ ໄລຍະ 2024 – 2026.

 

     

ຕອບກັບ

ຂ່າວ/ບົດ​ອື່ນ