Vietnam Airlines ຮ່ວມ​ມື​ກະ​ຕຸ້ນ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ

(VOVWORLD) -      ວັນທີ 16 ມັງກອນ, ທີ່ຮ່າໂນ້ຍ, Vietnam Airlines ແລະ Sentosa Development Corporation (SDC) ສິງກະໂປ ໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໄລຍະປີ 2024-2025 ຢ່າງເປັນທາງການ.
Vietnam Airlines ຮ່ວມ​ມື​ກະ​ຕຸ້ນ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ - ảnh 1Vietnam Airlines ແລະ Sentosa Development Corporation (SDC) ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື (ພາບ: VTC)

ການຮ່ວມມືດ້ວຍຄວາມຫວັງວ່າຈະນຳມາເຊິ່ງຜົນປະໂຫຍດສູງສຸດໃຫ້ແກ່ລູກຄ້າ, ກໍ່ຄືປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ ລະຫວ່າງ ຫວຽດນາມ ແລະ ສິງກະໂປ. Vietnam Airlines ແລະ SDC ຈະພ້ອມກັນສ້າງບັນດາຜະລິດຕະພັນດ້ານການທ່ອງທ່ຽວ, ໂປໂມຊັ່ນຕ່າງໆ ເພື່ອໂຄສະນາໃຫ້ ເຊັນໂຕຊ່າ ປຽບເໝືອນສະຖານທີ່ທ່ອງທ່ຽວແຖວໜ້າ ແລະ ດຶງດູດຜູ້ໂດຍສານຂອງ Vietnam Airlines ໄປເກາະ ເຊັນໂຕຊ່າ, ສິງກະໂປ. ພ້ອມດຽວກັນນັ້ນ, ສອງຝ່າຍຈະປະສານສົມທົບກັນໃນບັນດາລາຍການໂຄສະນາສະຖານທີ່ທ່ອງທ່ຽວ ເຊັນໂຕຊ່າ ແລະ ບັນດາຜະລິດຕະພັນ, ການບໍລິການຂອງ Vietnam Airlines.

          ໃນໂອກາດນີ້, ສອງຝ່າຍຕົກລົງຮ່ວມມືສ້າງໂປໂມຊັ່ນໃຫ້ສະເພາະຜູ້ໂດຍສານຂອງ Vietnam Airlines ເມື່ອບິນໄປ ສິງກະໂປ.

       Vietnam Airlines ປັດຈຸບັນພວມດຳເນີນຖ້ຽວບິນຕົງໄປຍັງ ສິງກະໂປ ຈາກ ນະຄອນໂຮ່ຈິມິນ ແລະ ຮ່າໂນ້ຍ, ດ້ວຍ 28 ຖ້ຽວຕໍ່ອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ