Vietnam Cultural Show London 2024: ໂຄ​ສະ​ນາ​ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ ສູ່​ເພື່ອນ​ມິດ​ສາ​ກົນ

(VOVWORLD) - ວັນທີ 19 ພຶດສະພາ, ມີນັກສິລະປິນ, ນາງແບບອາຊີບ ແລະ ສະໝັກຫຼີ້ນຂອງ ຫວຽດນາມ ແລະ ສາກົນກວ່າ 100 ຄົນ ໄດ້ເຂົ້າຮ່ວມການສະແດງໃນລາຍການວັດທະນະທຳ “Vietnam Cultural Show London 2024 ກັບເພື່ອນມິດອັງກິດ ແລະ ສາກົນ ກໍຄືປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອັງກິດ.
Vietnam Cultural Show London 2024: ໂຄ​ສະ​ນາ​ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ ສູ່​ເພື່ອນ​ມິດ​ສາ​ກົນ - ảnh 1ລາຍການໄດ້ແນະນຳບັນດາປະເພດສິລະປະ ແລະ ວັດທະນະທຳທີ່ເປັນເອກະລັກ, ພົ້ນເດັ່ນຂອງທັງ 3 ພາກເໜືອ - ກາງ - ໃຕ້ ຂອງ ຫວຽດນາມ (ພາບ: TTXVN)

ບັນດາລາຍການສະແດງດົນຕີ ແລະ ແຟຊັນທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ, ແນະນຳບັນດາປະເພດສິລະປະ ແລະ ວັດທະນະທຳທີ່ເປັນເອກະລັກ, ພົ້ນເດັ່ນຂອງທັງ 3 ພາກເໜືອ - ກາງ - ໃຕ້ ຂອງ ຫວຽດນາມ ໃນລາຍການ  ອັນໄດ້ຮັບການຄວາມສົນໃຈ ແລະ ກຳລັງໃຈຢ່າງລົ້ນເຫຼືອຈາກຜູ້ຊົມກວ່າ 300 ຄົນ, ເຊິ່ງເປັນຊາວ ຫວຽດນາມ ດຳລົງຊີວິດຢູ່ ອັງກິດ ແລະ ເພື່ອນມິດສາກົນທີ່ຮັກສິລະປະ ແລະ ວັດທະນະທຳ ຫວຽດນາມ.

      ລາຍການດັ່ງກ່າວ ແມ່ນຂໍ້ລິເລີ່ມຂອງສະຫະພັນແມ່ຍິງສາກົນ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ, ບໍລິສັດ Park Pharmacy ແລະ ເຄື່ອງໝາຍການຄ້າ ຊຸດເສື້ອຍາວ Love Collection ເຊິ່ງໄດ້ຈັດຂຶ້ນປະຈຳປີ ເພື່ອແນໃສ່ເຊີດຊູ ແລະ ແຜ່ຂະຫຍາຍຄວາມງາມຂອງວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ ພ້ອມທັງຍົກສູງພາບພົດປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ