VinFast ຈະແມ່ນບໍລິສັດລົດໂອໂຕໄຟຟ້າທຳອິດໃນໂລກທີ່ນຳໃຊ້ເຕັກໂນໂລຊີຈັບພິກັດທົ່ວໂລກ

(VOVWORLD) -ກ່ອນທີ່ຈະໄດ້ຮັບການຜັນຂະຫຍາຍ, VinFast ແມ່ນບໍລິສັດລົດໄຟຟ້າທຳອິດໃນໂລກທີ່ນຳໃຊ້ເຕັກໂນໂລຊີຈັບຈຸດທີ່ຕັ້ງທົ່ວໂລກ ເພື່ອແນໃສ່ນຳມາໃຫ້ຜູ້ຂັບລົດມີຄວາມສະດວກທີ່ສຸດ.
VinFast ຈະແມ່ນບໍລິສັດລົດໂອໂຕໄຟຟ້າທຳອິດໃນໂລກທີ່ນຳໃຊ້ເຕັກໂນໂລຊີຈັບພິກັດທົ່ວໂລກ - ảnh 1ລົດVinFast Vietnam
(ພາບ: vingroup)

ຕອນບ່າຍວັນທີ 10 ມັງກອນ, VinFast (ບໍລິສັດລົດໄຟຟ້າ VinFast Vietnam) ປະກາດໄດ້ນຳໃຊ້ເຕັກໂນໂລຊີຈັບພິກັດທົ່ວໂລກ (Global Positioning System) what3words ໃນທຸກລົດໄຟຟ້າ. ກ່ອນທີ່ຈະໄດ້ຮັບການຜັນຂະຫຍາຍ, VinFast ແມ່ນບໍລິສັດລົດໄຟຟ້າທຳອິດໃນໂລກທີ່ນຳໃຊ້ເຕັກໂນໂລຊີຈັບຈຸດທີ່ຕັ້ງທົ່ວໂລກ ເພື່ອແນໃສ່ນຳມາໃຫ້ຜູ້ຂັບລົດມີຄວາມສະດວກທີ່ສຸດ. ໂປຼແກຼທຈັບພິກັດທົ່ວໂລກ ແມ່ນເຕັກໂນໂລຊີຈັບພິກັດຕັ້ງງ່າຍ ແລະ ມີປະສິດທິຜົນ, ສາມາດຢັ້ງຢືນສະຖານທີ່ທຸກແຫ່ງໃນທົ່ວໂລກ ແລະ ສາມາດເຄື່ອນໄຫວໃນເງື່ອນໄຂທີ່ບໍ່ຕ້ອງເຊື່ອມຕໍ່ອິນເຕີເນັດ. ຈຸດດີຂອງ what3words ແມ່ນຫັນການຊອກຫາສະຖານທີ່ເປັນງ່າຍດາຍຄື ຊອກຫາສະຖານທີ່ດ້ວຍສຽງເວົ້າ ດ້ວຍກວ່າ 50 ພາສາທີ່ແຕກຕ່າງກັນ, ໃນນັ້ນມີທັງພາສາ ຫວຽດ.

ຕອບກັບ

ຂ່າວ/ບົດ​ອື່ນ