VinFast ສົ່ງ​ອອກ​ລົດ​ໂອ​ໂຕ VF 8 ງວດ​ທີ 2 ເກືອບ 1.900 ຄັນ ໄປ​ຍັງ​ ອາ​ເມ​ລິ​ກາ ແລະ ກາ​ນາ​ດາ

(VOVWORLD) -VinFast ປະກາດວ່າ ໄດ້ສົ່ງອອກລົດໂອໂຕ VF 8  ງວດທີ 2  ເຊິ່ງລວມມີ 1.879 ຄັນ ໄປຍັງ ອາເມລິກາ ແລະ ການາດາ.
VinFast ສົ່ງ​ອອກ​ລົດ​ໂອ​ໂຕ VF 8  ງວດ​ທີ 2  ເກືອບ 1.900 ຄັນ ໄປ​ຍັງ​ ອາ​ເມ​ລິ​ກາ ແລະ ກາ​ນາ​ດາ - ảnh 1ລົດ VinFast VF 8 ໄດ້ເຕົ້າໂຮມຢູ່ທ່າກ່ຳປັ່ນ MPC Port, ຫາຍຟ່ອງ (ຫວຽດນາມ) (ພາບ: BNEWS/TTXVN) 

ຕອນເຊົ້າວັນທີ 17 ເມສາ, VinFast ປະກາດວ່າ ໄດ້ສົ່ງອອກລົດໂອໂຕ VF 8  ງວດທີ 2  ເຊິ່ງລວມມີ 1.879 ຄັນ ໄປຍັງ ອາເມລິກາ ແລະ ການາດາ. ຕາມແຜນການແລ້ວ,  ຈຳນວນລົດດັ່ງກ່າວຈະຖືກຂົນສົ່ງຮອດທ່າກ່ຳປັ່ນ ແລະ ມອບໃຫ້ລູກຄ້າ ອາເມລິກາ ໃນເດືອນ ພຶດສະພາ ແລະ ລູກຄ້າ ການາດາ ໃນເດືອນ ມິຖຸນາ.

ສຳລັບຕະຫຼາດ ເອີຣົບ, ລົດໂອໂຕ VF 8  ງວດທຳອິດ ຄາດວ່າຈະໄດ້ສົ່ງອອກໃນກາງເດືອນ ກໍລະກົດ 2023 ດ້ວຍຈຳນວນປະມານ 700 ຄັນ. ໄປຄຽງຄູ່ກັບການຜະລິດ ແລະ ຂົນສົ່ງລົດໄປຍັງຕະຫຼາດສາກົນແຫ່ງຕ່າງໆ, VinFast ກໍພວມສືບຕໍ່ເປີດກວ້າງຕາໜ່າງດຳເນີນທຸລະກິດໃນທົ່ວໂລກ. ປັດຈຸບັນ, ນອກຈາກຕະຫຼາດ ອາເມລິກາ ແລ້ວ, VinFast ໄດ້ເປີດຮ້ານ ແລະ ສູນບໍລິການ ກວ່າ 30 ແຫ່ງ ຢູ່ ອາເມລິກາ, ການາດາ, ເຢຍລະມັນ, ຝລັ່ງ, ໂຮນລັງ, ກຽມພ້ອມແກ່ການດຳເນີນທຸລະກິດຄ້າຂາຍລົດໄຟຟ້າ smart ປະເພດຕ່າງໆທີ່ໄດ້ນຳເຂົ້າຈາກ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ