VOV ຈັດ​ການກວດ​ພະ​ຍາດ, ສະ​ໜອງ​ຢຸກ​ຢາ​ໃຫ້​ຄົນ​ທຸກ​ຍາກ​ແຂວງ ເຮົ້າ​ຢາງ

(VOVWORLD) -   ຕາແສງ ວິເຕີນ ມີກ່ວາ 400 ຄອບຄົວນະໂຍບາຍ, ກ່ວາ 150 ຄອບຄົວທຸກຍາກ ແລະ ເກືອບ 200 ຄອບຄົວຊາວຊົນເຜົ່າສ່ວນໜ້ອຍ.
VOV ຈັດ​ການກວດ​ພະ​ຍາດ, ສະ​ໜອງ​ຢຸກ​ຢາ​ໃຫ້​ຄົນ​ທຸກ​ຍາກ​ແຂວງ ເຮົ້າ​ຢາງ - ảnh 1(ພາບ: VOV)
     ເນື່ອງໃນໂອກາດສະເຫຼີມສະຫຼອງ 134 ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 - 19/5/2024) ແລະ ຕອບສະໜອງເດືອມະນຸດສະທຳປີ 2024, ຫ້ອງການຜູ້ຕາງໜ້າວິທະຍາກະຈາຍສຽງ ຫວຽດນາມ (VOV) ປະຈຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການ ປຊຊ ນະຄອນ ວິແທງ ແຂວງ ເຮົ້າຢາງ ໄດ້ຈັດການກວດພະຍາດ, ສະໜອງຢຸກຢາໂດຍບໍ່ເກັບຄ່າໃຫ້ຄົນທຸກຍາກ; ມອບຂອງຂວັນໃຫ້ແກ່ນັກຮຽນປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງ ວິເຕີນ, ນະຄອນ ວິແທງ.

    ຕາແສງ ວິເຕີນ ມີກ່ວາ 400 ຄອບຄົວນະໂຍບາຍ, ກ່ວາ 150 ຄອບຄົວທຸກຍາກ ແລະ ເກືອບ 200 ຄອບຄົວຊາວຊົນເຜົ່າສ່ວນໜ້ອຍ. ໃນການກວດພະຍາດ, ສະໜອງຢຸກຢາຄັ້ງນີ້, ຫ້ອງການຜູ້ຕາງໜ້າວິທະຍາກະຈາຍສຽງ ຫວຽດນາມ (VOV) ປະຈຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ,  ຄະນະກຳມະການ ປຊຊ ນະຄອນ ວິແທງ ແລະ ແພດໝໍຢູ່ບັນດາໂຮງໝໍ, ຫ້ອງກວດພະຍາດຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດການກວດພະຍາດ, ສະໜອງຢຸກຢາ ໂດຍບໍ່ເກັບຄ່າໃຫ້ ປຊຊ 300 ຄົນແມ່ນບັນດາຄອບຄົວປະສົບກັບຄວາມທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ