VOV ຊຸກຍູ້ການຮ່ວມມື ກັບຊ່ອງໂທລະພາບ ສະພາແຫ່ງຊາດຝະລັ່ງ


VOV ຊຸກຍູ້ການຮ່ວມມື ກັບຊ່ອງໂທລະພາບ ສະພາແຫ່ງຊາດຝະລັ່ງ - ảnh 1

(ພາບ: vov)

(vovworld) -ວັນ​ທີ 11/7, ຄະນະ​ປະຕິບັດ​ງານ​ຂອງວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ​ໂດຍ​ທ່ານ​ຜູ້ອຳນວຍການ​ໃຫ່ຍຫງວຽນ​ດັງ​ຕຽນ ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ຊ່ອງ​ໂທລະພາບ​ສະພາ​​ແຫ່ງ​ຊາດ​ຝະລັ່ງ ທີ່​ນະຄອນຫຼວງ​ປາຣີ-ປະ​ເທດ​ຝະລັ່ງ. ຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ຫງວຽນ​ດັງ​ຕຽນ ​ໃຫ້​ຮູ້​ວ່າ, ການ​ສ້າງ ​ແລະ ພັດທະນາຊ່ອງ​ໂທລະພາບ​ສະພາ​​ແຫ່ງ​ຊາດຍັງ​ແມ່ນ​ສິ່ງ​ທີ່​ໃໝ່​ອ່ຽມ​ສຳລັບ​ຫວຽດນາມ, ຮຽກຮ້ອງ​ຕ້ອງ​ມີ​ການ​ທາ​ບທາມ​ຮູບ​ແບບ​ບັນດາຊ່ອງ​ໂທລະພາບ​ສະພາ​​ແຫ່ງ​ຊາດ​ໃນ​ໂລກ. ສ່ວນ​ທ່ານ Gerard Leclerc ຜູ້ອຳນວຍການ​ໃຫ່ຍຊ່ອງ​ໂທລະພາບ​ສະພາ​​ແຫ່ງ​ຊາດຝະລັ່ງ ​ໄດ້​ແລກປ່ຽນ​ກ່ຽວ​ກັບບັນດາ​ໂຄງການ​ໃໝ່​ຂອງ​ທ່ານ​ໃນ​ການ​ເພີ່ມ​ທະວີ​ລັກສະນະ​ພົວພັນ​ລະຫວ່າ​ງຜູ້​ຊົມ ​ແລະ ​ແຂກ​ຖືກ​ເຊີນ, ນັກ​ຂ່າວ​ຂອງ​ຊ່ອງ​ໃນ​ບັນດາ​ລາຍການ​ໂທລະພາບ​ຖ່າຍ​ທອດ​ສົດ. ຄະນະ​ຜູ້​ແທນວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ຍັງ​ໄດ້​ໄປ​ຢ້ຽມຢາມຊ່ອງ​ໂທລະພາບ​ສະພາ​​ແຫ່ງ​ຊາດ​ຝະລັ່ງ, ​ແລກປ່ຽນ​ກັບ​ປະທານ​ຜູ້ອຳນວຍການຊ່ອງ​ໂທລະພາບ​ສະພາ​​ແຫ່ງ​ຊາດ​ຝະລັ່ງ ​ແລະ ຜູ້ອຳນວຍການ​ຮັບຜິດຊອບ​ການ​ຜະລິດ​ລາຍການ​ຂອງ​ຊ່ອງ. ນີ້​ແມ່ນ​ບັນດາ​ຂໍ້​ມູນ​ຂ່າວ​ທີ່​ສຳຄັນ ​ແລະ ມີ​ປະ​ໂຫຍ​ດຊື່​ງວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ສາມາດ​ທາ​ບທາມ​ໃນ​ວິວັດ​ການ​ສ້າງ ​ແລະ ພັດທະນາຊ່ອງ​ໂທລະພາບ​ສະພາ​​ແຫ່ງ​ຊາດຫວຽ​ດນາມ./.

ຂ່າວ/ບົດ​ອື່ນ