VOV ຢ້ຽມຢາມແລະ ມອບຂອງຂວັນບຸນປີໃໝ່ ໃຫ້ ປຊຊ ທຸກຍາກບັນດາ ຕາແສງເຂດຊາຍແດນ


VOV ຢ້ຽມຢາມແລະ ມອບຂອງຂວັນບຸນປີໃໝ່ ໃຫ້ ປຊຊ ທຸກຍາກບັນດາ ຕາແສງເຂດຊາຍແດນ - ảnh 1 

ມອບ​ຂອງຂວັນ​ໃຫ້ ປຊຊ ​ເມືອງ​ບິງລຽວ-ກວາງ​ນິງ

(ພາບ: vov)

 (vovworld)- ​ ຕອນ​ບ່າຍວັນທີ 24/1, ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດໄດ້ມອບ​ຂອງຂວັນ 300 ພູດ​ໃຫ້​ແກ່​ບັນດາ​ຄອບຄົວ​ທຸກ​ຍາກ​ຢູ່​ບັນດາ​ຕາ​ແສງ​ຂອງ​ເມືອງ​ບິ່ງ​ລຽວ, ​ແຂວງ​ກວາງ​ນິງ. ຂອງຂວັນ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 400.000 ດົ່ງ​ໄດ້​ມອບ​ໃຫ້ ບັນດາ​ຄອບຄົວ​ທຸກ​ຍາກ​ຂອງ​ຕາ​ແສງ​ລຸກ​ໂຮ່ນ, ​ແຮ​ວ່ງ​ໂມ ​ແລະ ດົ່ງ​ວັນ. ນີ້​ແມ່ນ​ນ້ຳ​ໃຈ​ຂອງ​ພະນັກງານ, ພາລະ​ກອນຫ້ອງການ ​ VOV ແລະ ບັນດາ​ຜູ້​ມີ​ໃຈ​ບຸນ​ໃຈ​ກຸສົນ, ປະກອບສ່ວນ​ສ້າງ​ບຸນປີ​ໃໝ່​ປະຈຳ​ຊາດ​ທີ່​ອົບ​ອຸ່ນ ​ແລະ ຄົບ​ຖ້ວນ​ໃຫ້​ແກ່​ ປຊຊ. ທ່ານ​ເຈິ່ງ​ຊວນ​ນາມ, ຮອງ​ຜູ້ອຳນວຍການ​ບໍລິສັດ​ຮຸ່ງ​ທັງ​ຟາດ ຖື​ວ່າ:

   “ບໍລິສັດ​ຂອງ​ພວກ​ຂ້າພະ​ເຈົ້າ​ມີ​ຄວາມເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່ ປຊຊ ​ເມືອງ​ບິ່ງ​ລຽວ. ມື້​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ສົມທົບ​ກັບ ​ VOV ເພື່ອມອບ​ຂອງຂວັນ​ທີ່​ເລກ​ນ້ອຍ​ແຕ່​ມີ​ຄວາມ​ໝາຍ​​ນີ້ເພື່ອ​ໃຫ້ ປຊຊ ສາມາດ​ຕ້ອນຮັບ​ບຸນປີ​ໃໝ່​ຢ່າງ​ຄົບ​ຖ້ວນ“./.

 

ຂ່າວ/ບົດ​ອື່ນ