VOV ສະເຫຼີມສະຫຼອງ 50 ປີແຫ່ງລາຍການກະຈາຍ ສຽງພາສາຍີ່ປຸ່ນ

VOV ສະເຫຼີມສະຫຼອງ 50 ປີແຫ່ງລາຍການກະຈາຍ ສຽງພາສາຍີ່ປຸ່ນ - ảnh 1

ທ່ານ​ຫວູ໋ຫາຍ, ຮອງ​ຜູ້ອຳນວຍການ​ໃຫ່ຍ VOV (ຊ້າຍ)

 (ພາບ: vov.vn)

(vovworld)-​​​​ ​ ​ເພື່ອ​ມຸ້ງ​ໄປ​ສູ່​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ຍີ່ປຸ່ນ, ວັນ​ທີ 19/9, ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 50 ​ແຫ່ງລາຍການ​ກະຈາ​ຍສຽງ​ພາສາ​ຍີ່ປຸ່ນ ​ໃນ​ຄື້ນຂອງ VOV. ນະ​ພິທີ, ທ່ານ​ນາງ​ດ່ວານ​ທິຈຸ​ງ, ຜູ້ອຳນວຍການ​ລະບົບ​ລາຍການ​ຈາ​ຍສຽງພາສາ​ຕ່າງປະ​ເທດ​ຂອງ VOV ​ເນັ້ນໜັກ​ວ່າ: ການ​ພັດທະນາ​ຂອງລາຍການ​ກະຈາ​ຍສຽງ​ພາສາ​ຍີ່ປຸ່ນ​ໃນ 50 ປີຜ່ານມາ ​​ໄດ້ສ້າງ​ເປັນ​ຂົວ​ມິດຕະພາບ, ສ້າງ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ, ​ເພື່ອ​ໃຫ້​ສອງ​ປະ​ເທດ​ຫວຽດນາມ-​ຍີ່ປຸ່ນ​ ພ້ອມ​ກັນ​ຮ່ວມ​ມື ​ແລະ ພັດທະນາ. ສ່ວນທ່ານ​ຫວູ໋ຫາຍ, ຮອງ​ຜູ້ອຳນວຍການ​ໃຫ່ຍ VOV ກ່າວ​ວ່າ:

  “ຂ້າພະ​ເຈົ້າ​ເຊື່​ອໝັ້ນວ່າ, ດ້ວຍ​ມູນ​ເຊື້ອ 50 ປີ​ແຫ່ງ​ການ​ພັດທະນາ, ດ້ວຍ​ຄວາມ​ສຸດ​ຈິດສຸດ​ໃຈ, ນ້ຳ​ໃຈ​ຮັກ​ອາຊີບ ​ແລະ ຄວາມ​ສາມາດ​ຂອງ​ຕົນ, ດ້ວຍ​ຄວາມ​ຮັກ​ແພງ, ສະໜັບສະໜູນ​ຈາກ​ຜູ້​ຟັງ​ຍີ່ປຸ່ນ, ຖັນ​ແຖວນັກ​ຂ່າວ, ບັນນາທິການ​ຂອງ​ລາຍການ​ກະຈາຍສຽງ​ພາສາ​ຍີ່ປຸ່ນ ຈະ​ປະຕິບັດ​ໜ້າ​ທີ່​ໃໝ່​ສຳ​ເລັດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-​ຍີ່ປຸ່ນ, ​ເພີ່ມ​ທະວີ​ຄວາມ​ເຂົ້າອົກເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ​ລະຫວ່າງ ປຊຊ ສອງ​ປະ​ເທດ“.

 

 

ຂ່າວ/ບົດ​ອື່ນ