VOV ແລະ ຄະນະກຳມະການປະຊາຊົນແຂວງກວາງນິງ ສົນທະນາວຽກງານຈັດຕັ້ງ “ງານປະກວດສຽງເພງອາຊຽນ+3” ປີ 2019

(VOVWORLD) -ວັ
ນທີ 1
1 ມິຖຸນາ, ຢູ່ແຂວງກວາງນິງ, ທ່ານ ໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ເຮັດວຽກກັບຄະນະກຳມະການປະຊາຊົນແຂວງກວາງນິງ ກ່ຽວກັບການສົມທົບກັນຈັດຕັ້ງ “ງານປະກວດສຽງເພງອາຊຽນ +3” ຄັ້ງທີ 2 ປີ 2019 ຢູ່ນະຄອນຫ້າລອງ, ໃນລະຫວ່າງວັນທີ 26 – 29 ກໍລະກົດ ທີ່ຈະມາເຖິງ.
VOV ແລະ ຄະນະກຳມະການປະຊາຊົນແຂວງກວາງນິງ ສົນທະນາວຽກງານຈັດຕັ້ງ “ງານປະກວດສຽງເພງອາຊຽນ+3” ປີ 2019 - ảnh 1 (ທ່ານໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ VOV)

ນີ້ແມ່ນເຫດການສາກົນໂດຍ VOV ຈັດຕັ້ງ ເພື່ອແນໃສ່ຜູກຮັດ ແລະ ຊຸກຍູ້ນ້ຳໃຈສາມັກຄີມິດຕະພາບລະຫວ່າງບັນດາປະເທດອາຊຽນ ແລະ  3 ປະເທດບ້ານໃກ້ເຮືອນຄຽງແມ່ນ: ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ. ທ່ານໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ.

        “ສິ່ງສຳຄັນທີ່ສຸດແມ່ນຄຸນນະພາບຂອງງານປະກວດປີນີ້ ອິດທິພົນຊື່ສຽງຈະໄດ້ຮັບການຍົກສູງຂຶ້ນ ເມື່ອພວກເຮົາຈັດຕັ້ງຢ່າງລະອຽດ, ມີການສົມທົບກັນຢ່າງແໜ້ນແຟ້ນ ແລະ ການໜູນຊ່ວຍຢ່າງສຸດຂີດຈາກຄະນະກຳມະການປະຊາຊົນແຂວງກວາງນິງ. ຂ້າພະເຈົ້າເຊື່ອໝັ້ນວ່າ, ງານປະກວດຄັ້ງນີ້ຈະປະສົບຜົນສຳເລັດຢ່າງດີງາມ ແລະ ຍົກສູງເຄື່ອງໝາຍການຄ້າຂອງ VOV ແລະ ພາບພົດຂອງແຂວງກວາງນິງ”.

        ສ່ວນຝ່າຍກວາງນິງ,  ຜູ້ຕາງໜ້າການນຳແຂວງໃຫ້ຄຳໝັ້ນສັນຍາວ່າ ຈະໜູນຊ່ວຍ, ຮັບປະກັນວຽກງານການບໍລິການ, ພະລາທິການ; ສາທາລະນະທຸກ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມ…

ຕອບກັບ

ຂ່າວ/ບົດ​ອື່ນ