VOVຍູ້ແຮງການຮ່ວມມືໃນຂົງເຂດກະຈາຍສຽງ-ໂທລະພາບກັບມຽນມາແລະອິນເດຍ

VOVຍູ້ແຮງການຮ່ວມມືໃນຂົງເຂດກະຈາຍສຽງ-ໂທລະພາບກັບມຽນມາແລະອິນເດຍ - ảnh 1
(VOV ​ແລະ MRTV ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​)

​​(vovworld) - ​ໃນ​ລະຫວ່າງ​ວັນ​ທີ 18 – 24/07, ຄະນະ​ປະບັດ​ງານ​ຂອງ​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ (VOV) ​ໂດຍ​ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ ຫວູຫາຍ ນຳ​ໜ້າ, ​ໄດ້​ໄປ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ອົງການ​ສື່​ມວນ​ຊົນ​ຂອງ​ມຽນມາ ​ແລະ ອິນ​ເດຍ ​ເພື່ອ​ເປີດ​ກ້ວາງ​ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດກະຈາຍສຽງ-​ໂທລະພາບ, ​ເພື່ອ​ແນ​ໃສ່​ຫັນ​ຈຸດໝາຍ​ພັດທະນາ VOV ຕາມ​ຮູບ​ແບບ​ກຸ່ມ​ບໍລິສັດສື່​ມວນ​ຊົນ​ຫຼາຍ​ພາຫະນະ.

  ທີ່​ມຽມາ, ທ່ານຮອງ​ຜູ້ອຳນວຍການ​ໃຫຍ່ ຫວູຫາຍ ​ໄດ້​ຕາງ​ໜ້າ VOV ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ກັບວິທະຍຸກະຈາຍສຽງ-​ໂທລະພາບ ມຽນມາ (MRTV). ຕາມ​ຂໍ້​ຕົກລົງ​ນີ້​ແລ້ວ, VOV ​ແລະ MRTV ຈະ​ແລກ​ປ່ຽນ​ບັນດາ​ລາຍການ​ກະຈາຍສຽງ ​ແລະ ​ໂທລະພາບ​ກ່ຽວ​ກັບ​ບັນດາ​ບັນຫາ​ຊີວິດ​ການ​ເປັນ​ຢູ່, ການທ່ອງ​ທ່ຽວ, ສິລະ​ປະ, ວັດທະນະທຳ, ການ​ສຶກສາ​ຂອງ​ແຕ່ລະ​ປະ​ເທດ ​ແລະ ພິ​ເສດ​ແມ່ນ​ແລກປ່ຽນ​ບັນດາ​ລາຍການ​ດົນ​ຕີ. VOV ​ແລະ MRTV ກໍ​ຈະ​ຮ່ວມ​ມື​ຜະລິດ​ລາຍການວິທະຍຸກະຈາຍສຽງ-​ໂທລະພາບ ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ທີ່​ຕ່າງ​ຝ່າຍຕ່າງ​ມີ​ຄວາມ​ສົນ​ໃຈ, ​ເໝາະສົມ​ກັບ​ນະ​ໂຍບາຍ​ດ້ານ​ຂໍ້​ມູນ​ຂ່າວ, ກົດໝາຍ ​ແລະ ຂໍ້​ກຳນົດ​ຂອງ​ແຕ່ລະ​ປະ​ເທດ. 2 ຝ່າຍ​ກໍ​ເປັນ​ເອກະ​ພາບ​ນຳ​ກັນ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ເຊິ່ງ​ແມ່ນ​ການ​ນຳ​ຂັ້ນ​ສູງ, ຈັດ​ກອງ​ປະຊຸມຜັດ​ປ່ຽນ 2 ປີ​ເທື່ອ​ໜຶ່ງ​ຢູ່​ແຕ່ລະ​ປະ​ເທດ ​ເພື່ອ​ປຶກສາ​ຫາລື, ​ໃຫ້​ຂໍ້​ສັງ​ເກດ ​ແລະ ຕີ​ລາຄາ​ການ​ປະ​ຕິ​ບັດ​ບັນດາ​ລາຍການ​ຮ່ວມ​ມື ຕາມ​ເອກະສາ​ນທີ່​ໄດ​້ຕົກລົງ.

 ທີ່​ການ​ເຮັດ​ວຽກ​ຢູ່​ອິນ​ເດຍ, ຄະນະ​ຜູ້​ແທນ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ບັນດາ​ການ​ນຳ​ຂອງບໍລິສັດວິທະຍຸກະຈາຍສຽງ-​ໂທລະພາບ​ອິນ​ເດຍ (Prasar Bharati) ​ແລະ 2 ອົງການ​ສັງ​ກັດ​ສະຖາ​ນີ​ໂທລະພາບ Doordrarshan ​ແລະ ວິທະຍຸ​ກະຈາຍສຽງ​ທົ່ວ​ອິນ​ເດຍ (All India Radio) ​ເພື່ອ​ຊຸກຍູ້​ການ​ຜັນ​ຂະຫຍາ​ຍບັນດາ​ການ​ເຄື່ອນ​ໄຫວ​ລະອຽດ ຕາມ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ໃນ​ເດືອນ 10/2014 ລະຫວ່າງ VOV ​ແລະ  Prasar Bharati. ຕາມ​ນັ້ນ​ແລ້ວ, ​ໃນ​ຕໍ​ໜ້າ, VOV ພ້ອມ​ກັບສະຖານ​ນີ​ໂທລະພາບ Doordrarshan ​ແລະ ວິທະຍຸ​ກະຈາຍສຽງ​ທົ່ວ​ອິນ​ເດຍ ຈະ​ແລກ​ປ່ຽນ​ບັນ​ດາລາ​ຍການ​ກະຈາ​ຍສຽງ, ​ໂທລະພາບ​ກ່ຽວ​ກັບ​ຂົງ​ເຂດ​ດົນ​ຕີ, ວັດທະນະທຳ, ອາຫານ​ການ​ກິນ, ການທ່ອງ​ທ່ຽວ, ຮູບ​ເງົາ ​ແລະ ​ເພີ່ມ​ທະວີ​ຂໍ້ມູນຂ່າວກ່ຽວ​ກັບ​ການ​​ເຄື່ອນ​ໄຫວ 2 ຝ່າຍ.

ຂ່າວ/ບົດ​ອື່ນ