VOVແມ່ນອົງການສື່ສານແຫ່ງຊາດແຫ່ງທຳອິດຢູ່ຫວຽດນາມມີ4ປະເພດສື່ມວນຊົນ

VOVແມ່ນອົງການສື່ສານແຫ່ງຊາດແຫ່ງທຳອິດຢູ່ຫວຽດນາມມີ4ປະເພດສື່ມວນຊົນ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ຢ້ຽມ​ຢາມ VOV

(vovworld) - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 90 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ (21/6), ຕອນ​ເຊົ້າ​ວັນ​ທີ 17/6, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ລົງ​ຢ້ຽມ​ຢາມ, ອວຍ​ພອນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV). ຕີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຂອງ VOV, ທ່ານ​ ຫງວຽນ​ທ້ຽ​ນ​ເຍີນ ຢັ້ງ​ຢືນ​ວ່າ: VOV ຍາມ​ໃດ​ກໍ່​ແມ່ນ​ອົງ​ການ​ສື່​ສານ​ເຄື່ອນ​ໄຫວຢ່າງ​ແຮງ​ຂອງ​ລັດ​ຖະ​ບານ, ດ້ວຍ​ການອອກອ​າ​ກາດ 250 ຊົ່ວ​ໂມງ/ວັນ, ຮັບ​ໃຊ້​ປະ​ຊາ​ຊົນ​​ທົ່ວ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ. ທ່ານ ຫງວຽນ​ທ້ຽນ​ເຍີນ ໄດ້​ຮັບ​ຮູ້​ເລື່ອງ​ເພິ່ມ​ທະ​ວີ​ຄຸນ​ນະ​ພາບ​ບັນ​ດາ​ລາຍ​ການກ​ະ​ຈ່າຍ​ສຽງ, ໃນ​ນັ້ນ​ມີ​ການ​ສ້າງ​ລາຍ​ການ​ພາ​ສາ​ອັງ​ກິດ 24/ຊົ່ວ​ໂມງ, ຈະ​ເລີ່ມ​ເຄື່ອນ​ໄຫວ​ໃນ​ໄຕ​ມາດ​ທີ 3 ຈະ​ມາ​ເຖິງ. ທ່ານ ຫງວຽນ​ທ້ຽນ​ເຍີນ ກໍ່​ສະ​ເໜີ VOV ອອກ​ອາ​ກາດ​ລາຍ​ການ​ກະ​ຈາຍ​ສຽງ​ເຖິງໝູ່​ເກາະ ເຈື່ອງ​ຊາ, ຊ່ວຍ​ໃຫ້​ຊາວ​ປະ​ມົງ​ໄດ້ຮັບ​ຂໍ້​ມູນ​ຂ່າວສານ​ຢ່າງ​ທັນ​ການ.

        ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV ຫງວຽນ​ດັງ​ຕ໋ຽນ ແນະ​ນຳ​ກັບ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ​ຊາບກ່ຽວ​ກັບ​ມູນ​ເຊື້ອ 70 ປີ​ແຫ່ງ​ການ​ສ້າງ​ສາ ແລະ ເຕີບ​ໃຫຍ່​ຂອງ VOV, ພິ​ເສດ​ແມ່ນ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ VOV ໃນ​ຊຸມ​ປີ​ມໍ່​ໆ​ມານີ້​ຊຶ່ງ​ປະ​ກອບດ້ວຍ 34 ຫົວ​ໜ່ວຍ ແລະ 10 ສຳ​ນັກ​ງານ​ປະ​ຈຳ​ຢູ່​ຕ່າງ​ປະ​ເທດ.


ຂ່າວ/ບົດ​ອື່ນ