WB ຕີລາຄາສະພາບເສດຖະກິດຫວຽດນາມໃນຊຸມເດືອນຕົ້ນປີ 2021

(VOVWORLD) -ໃນ 2 ເດືອນຕົ້ນປີ 2021, ດັດຊະນີການຜະລິດອຸດສາຫະກຳໄດ້ຮັບຮູ້ລະດັບເຕີບໂຕ 8,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019
WB ຕີລາຄາສະພາບເສດຖະກິດຫວຽດນາມໃນຊຸມເດືອນຕົ້ນປີ 2021 - ảnh 1(ພາບປະກອບ: TTXVN)

ຕາມບົດລາຍງານເຊິ່ງທະນາຄານໂລກ (WB) ທີ່ຫາກໍ່ປະກາດໃນມໍ່ໆມານີ້ກ່ຽວກັບສະພາບການເສດຖະກິດມະຫາພາກຂອງຫວຽດນາມ ໃນເດືອນ ມີນາ, ເສດຖະກິດຫວຽດນາມ ຍັງມີການຜັນແປຢ່າງຕັ້ງໜ້າຍ້ອນມີມາດຕະການຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ, ແຕ່ຍັງເອົາໃຈໃສ່ເຖິງວຽກງານສັກວັກຊິນປ້ອງກັນ, ກໍ່ຄືຕ້ອງມີນະໂຍບາຍໜູນຊ່ວຍ, ແຊກແຊງເຂົ້າພາກເອກະຊົນຢ່າງທັນການ. WB ຕີລາຄາວ່າ, ບັນດາມາດຕະການຮັບມືຢ່າງທັນການຂອງລັດຖະບານຫວຽດນາມ ໄດ້ຊ່ວຍຄວບຄຸມການແຜ່ລະບາດຂອງໂລກລະບາດໂຄວິດ-19 ໃນທ້າຍເດືອນ ມັງກອນ 2021 ໂດຍໄວ.

        ໃນ 2 ເດືອນຕົ້ນປີ 2021, ດັດຊະນີການຜະລິດອຸດສາຫະກຳໄດ້ຮັບຮູ້ລະດັບເຕີບໂຕ 8,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019; ຍອດລະດັບການຂາຍຍ່ອຍ ແລະ ການບໍລິການເພີ່ມຂຶ້ນ 0,3% ເມື່ອທຽບໃສ່ເດືອນກ່ອນ ແລະ ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ສິ່ງທີ່ໜ້າສົນໃຈ, ໃນໄລຍະ 2 ເດືອນຕົ້ນປີ 2021, ລັດຖະບານຫວຽດນາມ ໄດ້ສ້າງລາຍຮັບເຂົ້າງົບປະມານ 286.700 ຕື້ດົ່ງ, ສູງກວ່າ 0,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ນີ້ແມ່ນຄັ້ງທຳອິດການສ້າງຍອດລາຍຮັບເຂົ້າງົບປະມານຂອງລັດເພີ່ມຂຶ້ນ ນັບແຕ່ເວລາເລີ່ມຕົ້ນການເກີດວິກິດການໂລກລະບາດໂຄວິດ-19 ເປັນເວລາ 1 ປີກ່ອນນີ້. ໝາກຜົນຕັ້ງໜ້າດັ່ງກ່າວເປັນການສ່ອງແສງການຟື້ນຟູເສດຖະກິດພວມດຳເນີນໄປ.

        ໃນໄລຍະຈະມາເຖິງ, WB ຖືວ່າ ຫວຽດນາມ ຕ້ອງເອົາໃຈໃສ່ເປັນພິເສດເຖິງການຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ຍ້ອນການເຄື່ອນໄຫວນີ້ຈະສົ່ງຜົນກະທົບເຖິງລະດັບເຕີບໂຕເສດຖະກິດຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ