WB ອະນຸມັດບ້ວງເງິນເພື່ອໜູນຊ່ວຍຄົມມະນາຄົມ ແລະ ຄວບຄຸມນ້ຳແກ່ງຖ້ວມຢູ່​ຫວຽດ​ນາມ

WB ອະນຸມັດບ້ວງເງິນເພື່ອໜູນຊ່ວຍຄົມມະນາຄົມ ແລະ ຄວບຄຸມນ້ຳແກ່ງຖ້ວມຢູ່​ຫວຽດ​ນາມ - ảnh 1
ໂຄງ​ການກໍ່​ສ້າງຂົວ​ຮັບ​ໃຊ້​ຊີ​ວິດ​ປະ​ຈຳ​ວັນໃຫ້​ປະ​ຊາ​ຊົນແຂວງ​ບັກ​ກ້ານ


(vovworld)- ຄະ​ນະ​ອຳ​ນວຍ​ການ​ທະນາ​ຄານ​ໂລກຫາ​ກໍ​ອະ​ນຸ​ມັດ​ຜ່ານ​ບ້ວງ​ເງິນ​ທີ່​ມີ​ມູນ​ຄ່າກວ່າ 500 ລ້ານ USD ເພື່ອ​ຮັບ​ໃຊ້​ການ​ບູ​ລະ​ນະ​ກໍ່​ສ້າງຂົວ​ຮັບ​ໃຊ້​ຊີ​ວິດ​ປະ​ຈຳ​ວັນ , ທາງ​ຄົມ​ມະ​ນາ​ຄົມ ແລະ ການຄວບ​ຄຸມ​ນ້ຳ​ແກ່ງ​ຖ້ວມ, ປົວ​ແປງ​ເງື່ອນ​ໄຂ​ອະ​ນາ​ໄມ​ຢູ່​ຫວຽດ​ນາມ. ໃນ​ນັ້ນ, ມີ​ໂຄງ​ການກໍ່​ສ້າງຂົວ​ຮັບ​ໃຊ້​ຊີ​ວິດ​ປະ​ຈຳ​ວັນໃຫ້​ປະ​ຊາ​ຊົນ ແລະ ຄຸ້ມ​ຄອງ​ທາງ​ຄົມ​ມະ​ນາ​ຄົມ​ຢູ່​ທ້ອງ​ຖິ່ນ​ລວມ​ມູນ​ຄ່າ 385 ລ້ານ USD , ໂຄງ​ການຄວບ​ຄຸມ​ນ້ຳ​ແກ່ງ​ຖ້ວມ ແລະ ຊົນ​ລະ​ປະ​ທານ​ແຂວງວິ້ງ​ຟຸກ ໄດ້​ຮັບ​ການ​ເຊັນ​ອະ​ນຸ​ມັດ​ດ້ວຍ​ບ້ວງ​ເງິນ 150 ລ້ານ USD . ໂຄງ​ການນີ້​ຈະສາ​ມາດປ້ອງ​ກັນ​ໃຫ້​ຊາວ​ທ້ອງ​ຖິ່ນ 255.000 ຄົນ ຢູ່​ບັນ​ດາ​ເທດ​ສະ​ບານ​ເມືອງ​ທີ່​ເຄີຍ​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມໃນ​ຮອບ 10 ປີ​ຂ້າງ​ໜ້າ.

 

 

ຂ່າວ/ບົດ​ອື່ນ