WBຕີລາຄາສູງແງ່ຫວັງເສດຖະກິດຂອງຫວຽດນາມ

WBຕີລາຄາສູງແງ່ຫວັງເສດຖະກິດຂອງຫວຽດນາມ - ảnh 1
WB ຕີລາຄາສູງແງ່ຫວັງເສດຖະກິດຂອງຫວຽດນາມ
(ພາບ: baomoi.com)


​​(vovworld) - ວັນ​ທີ 20/07, ຢູ່​ຮ່າ​ໂນ້ຍ, ທະນາຄານ​ໂລກ (WB) ປະຈຳ​ຫວຽດນາມ ​ໄດ້​ປະກາດ​ບົດ​ລາຍງານ​ອັບ​​ເດັດ​ສະພາບ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ​. ສະ​ເໜີ​ບົດ​ລາຍງານ​ກ່ຽວ​ກັບ​ສະພາບ​ການພັດທະນາ​ເສດຖະກິດ​ຫວຽດນາມ ​ໃນ​ໄລ​ຍະ​ຜ່ານ​ມາ, ທ່ານ Sebartian Eckardt, ຜູ້​ຊ່ຽວຊານ​ເສດ​ຖະກິດ​ຂັ້ນ​ສູງ​ຂອງ WB, ​ເນັ້ນ​ໜັກ​ວ່າ, ​ເສດຖະກິດ​ຫວຽດນາມ ສືບ​ຕໍ່​ຟື້ນ​ຟູ​ດ້ວຍລະດັບ​ GDP​ ຄາດ​ວ່າ​ບັນລຸ 6,28% ​ໃນ 6 ​ເດືອນ​ຕົນ​ປີ 2015. ນີ​້ແມ່ນລະດັບ​ເຕີບ​ໂຕ​ໃນ 6 ​ເດືອນ​ສູງ​ສຸດ​ໃນ​ຮອບ​​ເວລາ 5 ປີຜ່າ​ນມາຂອງ​ຫວຽດນາມ . ການ​ຟື້ນຟູດັ່ງກ່າວເປັນ​ຕົ້ນ​ແມ່ນ​ອີງ​ໃສ່​ໝາກຜົນ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ​​ໃນ​ຂະ​ແໜງ​ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ ​ແລະ ກໍ່ສ້າງ​. ຍອດ​ລະດັບ​ຂາຍຍ່ອຍສິນຄ້າ ​ແລະ ລາຍຮັບ​ຈາກ​ການ​ບໍລິການ​ເພີ່ມ​ຂຶ້ນ​ສູງ​ພໍ​ສົມຄວນ. ​ແຕ່ວ່າ, ວິວັດ​ການ​ຟື້ນ​ຟູ​ຍັງ​ບໍ່​ທັນ​ສະໝຳ່ສະ​ເໝີ​.

      ບົດ​ລາຍ​ງານ​ໄດ້​ທົບ​ທ້ວນຄືນ​ສະພາບ​ການ​ພັດທະນາ​ເສດຖະກິດ​ຫວຽດນາມ, ​ໂດຍ​ WB ປະກາດ​ຄັ້ງ​ນີ້, ​ມີພາກ​ໜຶ່ງກ່ຽວ​ກັບ​ຕະຫຼາດ​ແຮງ​ງາ​ນຢູ່​ຫວຽດນາມ, ​ໃນ​ນັ້ນ​ໄດ້​ພັນ​ລະນາລະອຽດ​ກ່ຽວ​ກັບ​ການ​ຫັນປ່ຽນ​ໃຫຍ່​ຫຼວງທາງ​ດ້ານວຽກ​ເຮັດ​ງານ​ທຳ​ຂອງ​ຫວຽດນາມ ​ໃນ​ຮອບ​ເວລາ 25 ປີຜ່ານມາ.

ຂ່າວ/ບົດ​ອື່ນ