WEF ASEAN 2018: ກວ໋າງນິງ ຈະຜັນຂະຫຍາຍບັນດາ ຄຳໝັ້ນສັນຍາກາຍເປັນແຂວງດຶງດູດການລົງທຶນຂອງ ຫວຽດນາມ

(VOVWORLD) -ຕອນຄ່ຳວັນທີ 13 ກັນຍາ, ທີ່ນະຄອນຮ້າລອງ, ການນຳແຂວງ ກວ໋າງນິງ ໄດ້ຕ້ອນຮັບຕາມພິທີການທູດ ແລະ ຈັດງານລ້ຽງຕ້ອນຮັບບັນດາຜູ້ແທນເຂົ້າຮ່ວມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ 2018 (WEF ASEAN 2018).

WEF ASEAN 2018: ກວ໋າງນິງ ຈະຜັນຂະຫຍາຍບັນດາ ຄຳໝັ້ນສັນຍາກາຍເປັນແຂວງດຶງດູດການລົງທຶນຂອງ ຫວຽດນາມ - ảnh 1ທ່ານ ຫງວຽນດຶກລອງ ປະທານຄະນະກຳມະການປະຊາຊົນແຂວງ ກວ໋າງນິງ  ກ່າວຄໍາເຫັນທີ່ການຕ້ອນຮັບ

(ພາບ:TTXVN)

ທີ່ການຕ້ອນຮັບ, ທ່ານ ຫງວຽນດຶກລອງ ປະທານຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໄດ້ສົ່ງສານເຖິງບັນດາການນຳ, ບັນດານັກລົງທຶນຂອງໂລກ: ກວ໋າງນິງ ກຳລັງສືບຕໍ່ດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຫວັງວ່າບັນດານັກລົງທຶນທີ່ເຂົ້າຮ່ວມກອງປະຊຸມ WEF ASEAN ຄັ້ງນີ້ ຈະມີຄວາມສົນໃຈມາລົງທຶນຢູ່ແຂວງ ກວ໋າງນິງ. ກວ໋າງນິງ ໃຫ້ຄຳໝັ້ນສັນຍາສຸມໃສ່ໜູນຊ່ວຍບັນດານັກລົງທຶນໃຫ້ດີທີ່ສຸດ.

ທ່ານປະທານຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ເນັ້ນໜັກວ່າ: ຜ່ານກອງປະຊຸມຄັ້ງນີ້, ແຂວງ ກວ໋າງນິງ ຈະຜັນຂະຫຍາຍບັນດາຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ເພື່ອກາຍເປັນຈຸດດຶງດູດນັກລົງທຶນຂອງຫວຽດນາມຢ່າງແທ້ຈິງ

ຕອບກັບ

ຂ່າວ/ບົດ​ອື່ນ