WHO ກ່າວປະນາມ ເລື່ອງ ອິດສະຣາແອນ ມ້າງທຳລາຍໂຮງໝໍຢູ່ເຂດ ກາຊາ

(VOVWORLD) - ໃນບົດເອົາລົງໃນເວບໄຊສັງຄົມ X, ທ່ານ Tedros Adhanom Ghebreyesus ໄດ້ສະແດງໃຫ້ເຫັນວ່າ: WHO ສະແດງຄວາມເຈັບປວດຕໍ່ເລື່ອງ ໂຮງໝໍ Kamal Adwan ຢູ່ກ້ຳເໜືອເຂດ ຊາກາ ຖືກມ້າງທຳລາຍຢ່າງໜັກໜ່ວງໃນຊຸມວັນຜ່ານມາ
WHO ກ່າວປະນາມ ເລື່ອງ ອິດສະຣາແອນ ມ້າງທຳລາຍໂຮງໝໍຢູ່ເຂດ ກາຊາ - ảnh 1ພາບປະກອບ

 

ວັນທີ 17 ທັນວາ, ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ກ່າວປະນາມເຫດການ ອິດສະຣາແອນ ມ້າງທຳລາຍໂຮງໝໍ Kamal Adwan ຢູ່ທາງກ້ຳເໜືອເຂດ ກາຊາ.

        ໃນບົດເອົາລົງໃນເວບໄຊສັງຄົມ X, ທ່ານ Tedros Adhanom Ghebreyesus ໄດ້ສະແດງໃຫ້ເຫັນວ່າ: WHO ສະແດງຄວາມເຈັບປວດຕໍ່ເລື່ອງ ໂຮງໝໍ Kamal Adwan ຢູ່ກ້ຳເໜືອເຂດ ຊາກາ ຖືກມ້າງທຳລາຍຢ່າງໜັກໜ່ວງໃນຊຸມວັນຜ່ານມາ, ເຮັດໃຫ້ໂຮງໝໍແຫ່ງນີ້ບໍ່ສາມາດເຄື່ອນໄຫວ ແລະ ຢ່າງໜ້ອຍສຸດມີຄົນເຈັບ 8 ຄົນເສຍຊີວິດ. ບໍ່ພຽງແຕ່ເທົ່ານັ້ນ, ບົດລາຍງານໄດ້ໃຫ້ຮູ້ວ່າ: ພາລະກອນການແພດຫຼາຍຄົນກໍ່ຖືກຈັບຕົວ. ປະຈຸບັນ, WHO ແລະ ບັນດາເປົ້າໝາຍພວມຢັ້ງຢືນຂໍ້ມູນຂ່າວຢ່າງຮີບດ່ວນ ກ່ຽວກັບສະພາບການຂອງບັນດາບຸກຄົນນີ້.

        ຜູ້ນຳອົງການ WHO ກໍ່ສະແດງຄວາມວິຕົກກັງວົນຕໍ່ສຸຂະພາບ ແລະ ຄວາມປອດໄພຂອງບັນດາຄົນເຈັບ ເມື່ອລົດພະຍາບານບໍ່ສາມາດເຂົ້າເຖິງໂຮງໝໍໄດ້. ບັນດາອົງການສາທາລະນະສຸກ ແລະ ເບິ່ງແຍງສຸຂະພາບຢູ່ເຂດ ກາຊາ ຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນສະພາບການປະທະກັນລະຫວ່າງ ອິດສະຣາແອນ ແລະ ຂະບວນການ ອິດສະລາມ ຮາມາດ, ເຊິ່ງເລີ່ມເກີດຂຶ້ນໃນວັນທີ 7 ຕຸລາ. ມາຮອດປະຈຸບັນ, ການປະທະກັນໄດ້ເຮັດໃຫ້ ກ່ວາ 18.800 ຄົນຢູ່ເຂດດິນແດນແຫ່ງນີ້ຖືກເສຍຊີວິດ , ເປັນຕົ້ນແມ່ນແມ່ຍິງ ແລະ ເດັກນ້ອຍ. ຝ່າຍ ອິດສະຣາແອນ ກໍ່ມີເກືອບ 1.200 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ