WHO ຊຸກຍູ້ບັນດາ ປະເທດອາຊີຕາເວັນອອກ ແລະ ປາຊີຝິກ ເພີ່ມທະວີການຮັບມືກັບພະຍາດ Ebola

WHO ຊຸກຍູ້ບັນດາ ປະເທດອາຊີຕາເວັນອອກ ແລະ ປາຊີຝິກ ເພີ່ມທະວີການຮັບມືກັບພະຍາດ Ebola - ảnh 1
ທ່ານ​ນາງຜູ້ອຳນວຍການ​ໃຫຍ່ WTO, Margaret Chan
(ພາບ: AFP)

(vovworld) – ຕໍ່​ໜ້າ​ບັນດາ​ການ​ຜັນ​ແປ​​ໄປ​ຢ່າງ​ສັບສົນ​ຂອງ​ພະຍາດ Ebola, ທີ່​ມີ​ໄພ​ແຜ່​ລາມ​ອອກ​ສູ່​ທົ່ວ​ໂລກ, ອົງການ​ອະນາ​ໄມ​ໂລກ ​​ຊຸກຍູ້​ບັນດາ​ປະ​ເທດອາຊີ​ຕ​າ​ເວັນ​ອອກ ​ແລະ ປາຊີ​ຝິກ ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ປົກ​ປ້ອງ​ປະຊາຊົນ​ຕໍ່​ໜ້າ​ພະຍາດດັ່ງກ່າວ. ​ໃນ​ບົດ​ກ່າວ​ປາ​ໄສ​ຕໍ່​ໜ້າ​ກອງ​ປະຊຸມ​ທີ່ Manila, ປະ​ເທດ​ຟິລິບ​ປີນ, ວັນ​ທີ 13/10 ຜູ້ອຳນວຍການ​ໃຫຍ່ WHO, ທ່ານ​ນາງ Margaret Chan ​ເນັ້ນ​ໜັກ​ວ່າ, ດ້ວຍ​ພົນລະ​ເມືອງ​ກວ່າ 1,8 ຕື້​ຄົນ, ​ເຂດ​ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຝິກ ​ໄດ້​ກາຍ​ເປັນ​ຈຸດ​ຮ້ອນ​ຂອງຫຼາຍ​ພະຍາດ. ​ແຕ່​ວ່າ, ມາ​ຮອດ​ປະຈຸ​ບັນ, ພາກ​ພື້ນ​ນີ້​ຍັງ​ບໍ່​ທັນ​ຖືກ​ຕິດ​​ເຊື້ອ Ebola ທີ່​ພວມ​ແຜ່​ລາມ​ອອກຢູ່​ອາ​ຟລິ​ກາ​ຕາ​ເວັນຕົກ. ທ່ານ​ນາງ​ໄດ້​ຕັກ​ເຕືອນ​ບັນດາ​ປະ​ເທດ​ຕ້ອງ​ກຽມ​ພ້ອມ​ບັນດາ​ມາດ​ຕະການ​ປ້ອງ​ກັນ​​ໃນ​ກໍ​ລະ​ນີທີ່​ພະຍາດ​ນີ້ເກີດ​ຂຶ້ນ.

        ​ຕາມ​ຕົວ​ເລກ​ຫຼ້າ​ສຸດ​ຂອງ WHO, ​ໄດ້​ມີ​ຜູ້​ເສຍ​ຊີວິດ​ຍ້ອນ​ໄວຣັດ Ebola ຈາກ 7 ປະ​ເທດ​ກວ່າ 4.000 ຄົນ, ນັບ​ແຕ່​​ເກີດພະຍາດ​ເມື່ອ​ເດືອນ 03 ທີ່​ຜ່ານ​ມາ.

ຂ່າວ/ບົດ​ອື່ນ